ອາຫານເຍື່ອງໃໝ່ທີ່ປຸງແຕ່ງດ້ວຍດອກກຸຫຼາບໃນຫ້ອງອາຫານມະຫາວິທະຍາໄລຢຸນນານ

2021-05-06 15:44:10 |ມາຈາກ:

ມື້ມໍ່ໆມານີ້, ສວນດອກກຸຫຼາບ 30 ກວ່າມູ້ (ປະມານ 20000 ຕາແມັດ) ໃນມະຫາວິທະຍາໄລຢຸນນານໄດ້ເຂົ້າສູ່ໄລຍະເບັ່ງບານອອກດອກ, ດອກໄມ້ສວຍສົດງົດງາມ ກິ່ນຫອມຕິດພັນຫົວໃຈຂອງຄົນທີ່ຢູ່ທີ່ນີ້, “ເມື່ອນັ່ງຢ່າງສະຫງົບງຽບ” ຢູ່ໃນທະເລດອກໄມ້ ຄວາມຜາສຸກຂອງນັກຮຽນແບບນີິ້ໄດ້ເຮັດໃຫ້ຄົນອື່ນອິດສາແທ້ໆ, ແລະ ສິ່ງທີ່ຈັບສາຍຕາຊາວເນັດທີ່ສຸດກໍແມ່ນ, ດອກກຸຫຼາບທີ່ປູກໃນສວນ 30 ມູ້ນີ້ ແມ່ນດອກກຸຫຼາບທີ່ສາມາດກິນໄດ້ໝົດ, ທຸກມື້ ດອກໄມ້ສົດທີ່ເກັບແລ້ວກໍຖືກສົ່ງໄປຫ້ອງອາຫານເລີຍ, ນຳໃຊ້ປຸງແຕ່ງອາຫານໃຫ້ພວກອາຈານ ແລະ ນັກສຶກສາຂອງໂຮງຮຽນແຫ່ງນີ້, ປີນີ້ອາຫານທີ່ປຸງແຕ່ງດ້ວຍດອກກຸຫຼາບທັງໝົດມີ 25 ເຍື່ອງ, ນອກຈາກມີອາຫານທີ່ປຸງແຕ່ງດ້ວຍວີທີແບບດັ້ງເດີມຂອງແຂວງຢຸນນານ ເຊັ່ນ ນ້ຳຫວານໝາກຫຸ່ງດອກກຸຫຼາບ (Muguashui) ຂະໜົມຫວານດອກກຸຫຼາບ ດອກກຸຫຼາບໃສ່ເຂົ້າປະປາວ(Babaofan)ເປັນຕົ້ນ, ຍັງມີອາຫານໃໝ່ທີ່ສ້າງສັນອີກ ເຊັ່ນ ທອດດອກກຸຫຼາບ ເຂົ້າຜັດໄຂ່ໃສ່ດອກກຸຫຼາບ ຊູຊິດອກກຸຫຼາບ ດອກກຸຫຼາບໃສ່ກ້ວຍ ລູກຊີ້ນດອກກຸຫຼາບ ກະດູກຂ້າງໃສ່ດອກກຸຫຼາບ ແລະ ອື່ນໆ, ອາຫານເຫຼົ່ານີ້ ເບິ່ງງາມກິນແຊບ ລາຄາກໍບໍ່ແພງ ທັງໝົດແມ່ນໃນລາຄາ 2 ຢວນ ຫາ 4 ຢວນ, ໄດ້ຮັບຄວາມມັກຮັກຫຼາຍຈາກອາຈານ ແລະ ນັກສຶກສາ.

ມາຈກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ນ້ຽນຊິນຫົງ