ຈຳ​ນວນນັກ​ທ່ອງ​ທ່ຽວ​ຈີນ​​ທີ່​ໄປ​ທ່ຽວ​ພາຍ​ໃນ​ປະ​ເທດ​​ໃນ​ຍາມ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ໃນ​ປີ​ນີ້​ມີ​ເຖິງ 230 ລ້ານ​ຄົນ

2021-05-06 17:58:35 |ມາຈາກ: CRI

ຕາມ​ສູນ​ຕົວ​ເລກ​ຂໍ້​ມູນ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນໄດ້​ຄ​າດ​ຄະ​ເນ​ວ່າ: ໃນ​ຍາມ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້, ຈຳ​ນວນນັກ​ທ່ອງ​ທ່ຽວ​ຈີນ​​ທີ່ໄດ້​ໄປ​ທ່ຽວ​ພາຍ​ໃນ​ປະ​ເທດ​ມີ​ເຖິງ 230 ລ້ານ​ຄົນ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 119,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ ໄດ້​ເພີ່ມ​ຂຶ້ນ​​ເປັນ 103,2% ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19; ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈີນ​ມີ​ເຖິງ 113,23 ຕື້ຢວນ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 138,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ ໄດ້​ເພີ່ມ​ຂຶ້ນ​ເປັນ 77% ​ເມື່ອ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຈອງ​ປີ້​ເຂົ້າ​ຊົມ​ລ່ວງ​ໜ້າ, ປ່ຽນ​ເວ​ລາ​ເຂົ້າ​ຊົມ​ໃນ​ຍາມ​ທີ່ມີ​ນັກ​ທ່ອ​ງ​ທ່ຽວ​ເຂົ້າ​ຊົມ​ໜ້ອຍ ແລະ ຈຳ​ກັດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ ເຊິ່ງ​ໄດ້​ກາຍ​ເປັນ​ມາດ​ຕະ​ການ​ປົກ​ກະ​ຕິ​ຂອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ.