ພິທີອອກເດີນທາງໄປ ສປປ ລາວ ຂອງຄະນະຜູ້ຊ່ຽວຊານການແພດຈີນເພື່ອຕໍ່ຕ້ານພະຍາດໂຄວິດ-19 ຈັດຂຶ້ນທີ່ນະຄອນຄຸນໝິງ

2021-05-07 18:06:35 |ມາຈາກ:

ວັນທີ 4 ເດືອນພຶດສະພານີ້, ພິທີອອກເດີນທາງໄປ ສປປ ລາວ ຂອງຄະນະຜູ້ຊ່ຽວຊານການແພດຈີນເພື່ອຕໍ່ຕ້ານພະຍາດໂຄວິດ-19 ໄດ້ຈັດຂຶ້ນທີ່ສະໜາມບິນຊາງສຸຍ(Changshui)ນະຄອນຄຸນໝິງ. ຫຼັງຈາກພິທີສິ້ນສຸດລົງ, ຄະນະຜູ້ຊ່ຽວຊານກໍອອກເດີນທາງດ້ວຍເຮືອບິນໄປນະຄອນຫຼວງວຽງຈັນ ປະເທດລາວ ດຳເນີນວຽກການຊ່ວຍເຫຼືຶອຕໍ່ຕ້ານພະຍາດໂຄວິດ-19. ຄັ້ງນີ້ເປັນຄັ້ງທີສອງຂອງແຂວງຢຸນນານທີ່ແຕ່ງຕັ້ງຄະນະຜູ້ຊ່ຽວຊານໄປປະເທດລາວ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19.

ອິງຕາມການແນະນຳ, ຄະນະຜູ້ຊ່ຽວຊານມີທັງໝົດ 25 ທ່ານ, ມາຈາກສູນຄວບຄຸມ ແລະ ປ້ອງກັນພະຍາດລະບາດແຂວງຢຸນນານ, ໂຮງໝໍປະຊາຊົນເລກໜຶ່ງແຂວງຢຸນນານ, ໂຮງໝໍຢາພື້ນເມືອງຈີນແຂວງຢຸນນານ, ໂຮງໝໍຢາພື້ນເມືອງຈີນນະຄອນຄຸນໝິງ, ຫ້ອງການພົວພັນຕ່າງປະເທດແຂວງ, ຄະນະກຳມະການສາທາລະນະສຸກແຂວງ ; ກວມເອົາຫຼາຍຂົງເຂດເຊັ່ນ ສາທາລະນະສຸກ ການຄວບຄຸມການລະບາດ ການກວດວິເຄາະ ການຫາຍໃຈ ພະຍາດທີ່ອາການຮ້າຍແຮງ ພະຍາບານ ຢາພື້ນເມືອງຈີນ ແລະ ອື່ນໆ. ຄະນະຜູ້ຊ່ຽວຊານຈະແນະນຳ ປະສົບການຂອງຈີນກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ແຜນງານຂອງແຂວງຢຸນນານໃຫ້ຝ່າຍລາວ, ໃຫ້ການແນະນຳຝ່າຍລາວໃນການປັບປຸງແຜນງານທີ່ກ່ຽວຂ້ອງໃຫ້ດີຂຶ້ນ ເຊັ່ນ ການກວດວິເຄາະ ການນຳຫາແຫຼ່ງທີ່ມາຂອງພະຍາດ ການປິ່ນປົວພະຍາດ ການສັກວັກຊີນ ການຄຸ້ມຄອງຊຸມຊົນ ແລະ ອື່ນໆ, ຊ່ວຍຝ່າຍລາວຍົກລະດັບຄວາມສາມາດກວມລວມໃນການຕໍ່ຕ້ານພະຍາດລະບາດ.

ອິງຕາມແຫຼ່ງຂ່າວ, ນັບແຕ່ພະຍາດລະບາດເກີດຂຶ້ນມາ, ແຂວງຢຸນນານໄດ້ແຕ່ງຕັ້ງຄະນະຜູ້ຊ່ຽວຊານມາລາວ ເພື່ອຕໍ່ຕ້ານພະຍາດໂຄວິດ-19 ຢ່າງຕັ້ງໜ້າ, ຊ່ວຍສ້າງຫ້ອງທົດລອງກວດວິເຄາະຫາເຊື້ອພະຍາດໂຄວິດ-19, ຊ່ວຍເຫຼືອວັດຖຸອຸປະກອນປ້ອງກັນໂຄວິດ-19 ຈຳນວນຫຼາຍ, ຊຸກຍູ້ການຮ່ວມມືສາກົນລະຫວ່າງລາວ-ຈີນ ເພື່ອຕໍ່ຕ້ານພະຍາດລະບາດດ້ວຍການເຄື່ອນໄຫວເຮັດຕົວຈິງ, ປະກອບສ່ວນກຳລັງແຮງຂອງແຂວງຢຸນນານເຂົ້າໃນການແລກປ່ຽນລະຫວ່າງລາວ-ຈີນ.

ທ່ານ ນາງມະນີລາ ສົມບັນດິດ ກົງສຸນໃຫຍ່ລາວ ປະຈຳນະຄອນຄຸນໝິງ ໄດ້ເຂົ້າຮ່ວມພິທີການອອກເດີນທາງດັ່ງກ່າວ ພ້ອມທັງຕາງໜ້າລັດຖະບານລາວ ແລະ ສະແດງຄວາມນັບຖືເປັນຢ່າງສູງຕໍ່ຄະນະຜູ້ຊ່ຽວຊານ.

ມາຈາກ: ໜັງສີພິມລາຍວັນແຂວງຢຸນນານ

ນັກຂ່າວ: ໂຫວຖິງຖິງ ຫຼີ້ຊິວໝິງ