ຍາມທີ່​ລາວ​​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​​ຖານ​ອ້າຍ​ນ້ອງ​ແກ່​ລາວ​ຢ່າງ​ແນ່ນອນ

2021-05-07 18:16:44 |ມາຈາກ: CRI

ໃນ​ທ້າຍ​ເດືອນ​ເມ​ສາ​ຜ່ານ​ມາ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​​ໄດ້​ເກີດ​ຂຶ້ນ​ຢູ່​ລາວ​ອີກ​ຮອບ​ໃໝ່​ຍ້ອນ​​ຜູ້​ຕິດ​ເຊື້ອ​ຈາກ​ຕ່າງ​ປະ​ເທດ. ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຄັ້ງ​ນີ້​ມີ​ຄວາມ​ຮ້າຍ​ແຮງ​ແລະ​ລະ​ບາດ​ຢ່າງວ່ອງ​ໄວ,ແລະ​ໄດ້​ເຮັດ​ໃຫ້​ເກີດ​ມີ​ການ​ແຜ່​ລະ​ບາດ​ສູ່ທ້ອງ​ຖິ່ນ.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້​ເວົ້າ​ສຳ​ລັບ​ລາວ​ແລ້ວ​ແມ່ນ​​ໄລ​ຍະ​ເວ​ລາ​ທີ່​ຫຍຸ້​ງ​ຍາກ​ທີ່​ສຸດ​ນັບ​ແຕ່​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ. ໃນ 1 ​ປີກວ່າ​ທີ່​ຜ່ານ​ມາ, ເນື່ອງ​ຈາກ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ລາວມີ​ທັງ​ໝົດ​ພຽງ​ແຕ່​ 60 ກໍ​ລະ​ນີ​ເທົ່າ​ນັ້ນ. ແຕ່​ພາຍ​ຫຼັງ​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຮອບ​ໃໝ່​ນີ້​ແລ້ວ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​​ຕໍ່​ມື້​ມີ​ຫຼາຍກວ່າ 100 ກໍ​ລະ​ນີ​ເປັນ​ຫຼາຍ​ມື້​ລຽນ​ຕິດ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ມີ​​ທັງ​ໝົດ​ຫຼາຍກວ່າ 1 ພັນ​ຄົນ, ແລະ​ໄດ້​ລະ​ບາດ​​ໄປ​ສູ່ 15 ແຂວງ​ແລະ​ກຳ​ແພງ​ນະ​ຄອນ​​ໃນທົ່ວ​ປະ​ເທດ​ລາວ​ຢ່າງວ່ອງ​ໄວ,​ສິ່ງ​ນີ້​ໄດ້​ສ້າງ​ຄວາມ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ໃຫ້​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂອງ​ລາວ. ພັກ​ແລະ​ລັດ​ຖະ​ບານ​ລາວ​ໄດ້​ຍົກ​​​ລະ​ດັບ​ວຽກ​ງານປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ​ເປັນ​ໜ້າ​ທີ່​​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ແລະ​ຮີບ​ດ່ວນ​ທີ່​ສຸດ.

ໃນ​ຂະ​ນະ​ທີ່​ປະ​ເທດ​​ອ້າຍ​ນ້ອງ​ພົບ​ກັບຄວາມ​ຫຍຸ້ງ​ຍາກ, ​ຈີນ​ຕ້ອງ​ໃຫ້​ການ​ຊ່ວຍ​ເຫຼືອ​ແນ່ນອນ.

ວັນ​ທີ 26 ເມ​ສາ​ນີ້, ວັກ​ຊີນ​ໂຄວິດ-19 ງວດ​ທີ 3 ທີ່​ຈີນ​​ໃຫ້​ການຊ່ວຍ​ເຫຼືອ​ລາວ​ຢ່າງ​ສຸ​ກ​ເສີນ​ໄດ້​ຂົນ​ສົ່ງ​ໄປຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວ​ແລ້ວ, ຕອນ​ບ່າຍ​ວັນ​ທີ 4 ພຶດ​ສະ​ພາ​ນີ້, ໜ່ວຍ​​ງານຜູ້​ຊ່ຽວ​ຊານ​ການ​ແພດ​ຕ້ານ​ໂຄວິດ-19 ທີ່​ລັດ​ຖະ​ບານ​ຈີນ​​ສົ່ງ​ໄປຊ່ວຍ​ເຫຼືອ​ລາວ​ໄດ້​ເດີນ​ທາງ​ດ້ວຍ​ເຮືອ​ບິນ​ໄປ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວ​ແລ້ວ,ນີ້​ກໍ​​ເປັນ​ອີກ​ຄັ້ງ​ໜຶ່ງ​ທີ່​ໜ່ວຍ​ງານ​ຜູ້​ຊ່ຽວ​ຊານ​ການ​ແພດ​ຕ້ານ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ລາວ​ໄດ້ເດີນ​ທາງ​ໄປ​ລາວ​ອີກ​ຫຼັງ​ຈາກ 1 ປີ, ​ເພື່ອ​ຊ່ວຍ​ຝ່າຍ​ລາວ “ຄົ້ນ​ຄວ້າ​ສະ​ພາບການ​ໃໝ່​ແລະ​ແກ້​ໄຂ​ບັນ​ຫາ​ໃໝ່”. ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ລາວ​ໃນ​ການ​ຮັບ​ມື​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ຈີນ​ຍັງ​ໄດ້​ສົ່ງ​ຜ້າ​ປິດ​ປາກ​ທາງ​ການ​ແພດ,ຊຸດ​ປ້ອງ​ກັນ​ພະ​ຍາດ,​ນ້ຳຢາ​ກວດ​ຫາ​ເຊື້ອ,ອຸ​ປະ​ກອນ​ວັດ​ແທກ,ເຄື່ອງ​ຊ່ວຍ​ຫາຍ​ໃຈ​ແລະ​ວັດ​ຖຸ​ອຸ​ປະ​ກອນ​ອື່ນໆ​ໄປ​ໃຫ້ລາວ​ຢ່າງ​ສຸກ​ເສີນ​ໂດຍ​ແບ່ງ​ເປັນ​​ຫຼາຍງວດ,ເພື່ອ​ໃຊ້​ໃນ​ການ​​ຊ່ວຍຊີ​ວິດ​ຂອງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ແລະ​​ເພື່ອສະ​ກັດ​ກັ້ນການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ນອກ​ຈາກ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ຈີນ​ແລ້ວ, ສະ​ພາ​ການ​ຄ້າ​ຈີນ,ຫ້ອງ​ການ​​ພົວ​ພັນຕ່າງ​ປະ​ເທດ​ແຂວງ​ຢຸນ​ໜາ​ນ​ກໍ​ຄື​ວິ​ສາ​ຫະ​ກິດຈີນ​ທີ່​ລົງ​ທຶນ​ຢູ່​ລາວ​ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່​ລາວ​ຢ່າງ​ສຸກ​ເສີນ.

ທ່ານ ກິ​ແກ້ວ ໄ​ຂ​ຄຳ​ພິ​ທູນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກ່າວ​ວ່າ: ແຕ່​ລະ​ເທື່ອ​ທີ່​ລາວ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​​ຖານ​ອ້າຍ​ນ້ອງຈາກ​ພັກ,ລັດ​ແລະ​ປະ​ຊາ​ຊົນ​​ຈີນຢ່າງ​ແນ່ນອນ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ທີ່​ເຂັ້ມ​ແຂງ​ຈາກ​ພັກ​,ລັດ​ແລະ​ປະ​ຊາ​ຊົນ​ຈີນ​ອ້າຍ​ນ້ອງ, ລາວ​​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ໃນຂັ້ນ​ສຸດ​ທ້າຍ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້​ຢ່າງ​ແນ່ນອນ.

ທ່ານ ສີ​ຈິ້ນ​ຜິງ ​​ປະ​ທານ​ປະ​ເທດ ສ​ປ ຈີນ​ກ່າວ​ໃນ​ເວ​ລາ​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບກັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ ສ​ປ​ປ ລາວວ່າ: “ຈີນ​ແລະ​ລາວ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ,ຮ່ວມ​ມືກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຄູ່ຮ່ວມ​ຊາ​ຕາ​ກຳ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.” ຈີນ​ແລະ​ລາວ​ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ນຳ​ກັນ,ກໍ​ຕ້ອງ​ຮ່ວມ​ທຸກ​ຮ່ວມ​ສຸກ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ. ເມື່ອ​ລາວ​ພົບກັບ​ຄວາມ​ຫຍຸ້ງ​ຍາກ, ຈີນ​ຈະ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ຄວາມ​ຫຍຸ້ງ​ຍາກ​ທີ່​ລາວ​​ປະ​ສົບຢູ່​ຄື​ກັບ​ຕົນ​ເອງ​ປະ​ສົບ​ຢູ່, ສອງ​ຝ່າຍ​ໄດ້​ຮ່ວມ​ມື​ກັນ​ຢ່າງສຸດ​ອົກ​ສຸດ​ໃຈ,ເພື່ອ​ຮ່ວມ​ກັນຍາດ​ເອົາໄຊ​ຊະ​ນະ​ໃນ​ການ​ຕໍ່​ສູ້​ກັບພະ​ຍາດ​ໂຄວິດ-19 ​ໃນ​ຄັ້ງ​ນີ້.