ໃນຍາມວັນພັກກຳມະກອນສາກົນ 1 ພຶດສະພານີ້ ແຂວງຢຸນນານໄດ້ຕ້ອນຮັບນັກທ່ອງທ່ຽວເຖິງ 17, 838 ລ້ານເທື່ອຄົນ

2021-05-08 15:14:50 |ມາຈາກ:

ໃນຍາມວັນພັກ ກຳມະກອນສາກົນ 1 ພຶດສະພາ, ແຂວງຢຸນນານໄດ້ຕ້ອນຮັບນັກທ່ອງທ່ຽວ 17,838 ລ້ານເທື່ອຄົນ, ບັນລຸລາຍໄດ້ຈາກການທ່ອງທ່ຽວເຖິງ 12,86 ຕື້ຢວນ, ລະດັບສະເລ່ຍຕໍ່ມື້ທຽບໃສ່ໄລຍະຟື້ນຟູຫຼັງການລະບາດ ແລະ ໄລຍະເວລາດຽວກັນຂອງປີ 2019 ມີເຖິງ 119,7% ແລະ 122,7%, ຕະຫຼາດການທ່ອງທ່ຽວໂດຍລວມມີຄວາມໝັ້ນທ່ຽງ ແລະ ເປັນລະບຽບ.

ເຂດທ່ອງທ່ຽວໃຫຍ່ແຫ່ງຕ່າງໆຂອງແຂວງຢຸນນານປະຕິບັດຕາມມາດຕະການ “ຈຳກັດຈຳນວນນັກທ່ອງທ່ຽວເຂົ້າຊົມ, ການຈອງປີ້ເຂົ້າຊົມລ່ວງໜ້າ, ປ່ຽນເວລາເຂົ້າຊົມໃນຍາມທີ່ມີນັກທ່ອງທ່ຽວເຂົ້າຊົມຈຳນວນໜ້ອຍ, ຈຳກັດຈຳນວນສູງສຸດໃນການຕ້ອນຮັບນັກທ່ອງທ່ຽວທີ່ສົມເຫດສົມຜົນ, ພ້ອມກັນນັ້ນ ມີການເພີ່ມຈຸດໃຫ້ບໍລິການ ແລະ ເພີ່ມຈຳນວນຄັ້ງການຂ້າເຊື້ອ, ບົນພື້ນຖານການໃຊ້ວິທີດັ້ງເດີມ ກໍຄື ວັດແທກອຸນຫະພູມຮ່າງກາຍ, ແລະ ໃຊ້ເຄື່ອງຈັກວັດແທກແບບອັດຕະໂນມັດຢູ່ທາງເຂົ້າ, ໄດ້ນຳໃຊ້ເຄື່ອງວັດແທກອຸນຫະພູມດ້ວຍລັງສີອິນຟາເລດ(infrared ray)ເພື່ອໃຫ້ນັກທ່ອງທ່ຽວສາມາດຜ່ານປະຕູເຂົ້າໄປໄດ້ໄວຂຶ້ນ. ໃນຍາມພັກວັນກຳມະກອນສາກົນ, ເຂດທ່ອງທ່ຽວເມືອງບູຮານຕ້າຫຼີ້(Dali)ເມືອງບູຮານລີ້ຈ່ຽງ ເຂດເກົ້າຈວາງຊີຊວງຈີງ(Gaozhuang xishuangjing)ເມືອງຊຽງຮຸ່ງກິ່ງແຂວງສິບສອງພັນນາ, ໄດ້ອອກແຈ້ງການກ່ຽວກັບຈຳນວນນັກທ່ອງທ່ຽວໃນເຂດທ່ອງທ່ຽວຢ່າງທັນເວລາ, ເຕືອນນັກທ່ອງທ່ຽວໃຫ້ປ່ຽນເວລາເຂົ້າຊົມໃນຍາມທີ່ມີນັກທ່ອງທ່ຽວເຂົ້າຊົມໜ້ອຍ, ໃນຍາມວັນພັກກຳມະກອນສາກົນ, ຂົງເຂດດ້ານວັດທະນະທຳ ແລະ ການທ່ອງທ່ຽວຂອງແຂວງຢຸນນານບໍ່ພົບມີຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ບໍ່ມີຄວາມສ່ຽງໃນການເກີດການແຜ່ລະບາດຂອງພະຍາດໂຄວິດ-19.

ມາຈາກ: ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ: ຫວາງຫວນ