ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ 4 ເດືອນ​ຕົ້ນ​ປີ​ນີ້​​ສືບ​ຕໍ່​ຮັກ​ສາ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ໄດ້ເປັນ​ຢ່າງ​ດີ

2021-05-08 17:27:41 |ມາຈາກ: CRI

ຕົວ​ເລກ​ຂໍ້​ມູນ​ທີ່​ອົງ​ການ​ພາ​ສີ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ 4 ເດືອນ​ຕົ້ນ​ປີ​ນີ້​ມີ​ເຖິງ 11.620 ຕື້ຢວນ, ​ສືບ​ຕໍ່​ຮັກ​ສາ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ໄດ້​ເປັນ​ຢ່າງ​ດີ. ນອກ​ນີ້, ການ​ຄ້າ​​ຂອງ​ຈີນ​ກັບ​ພາກ​ພື້ນ​ຕ່າງໆ​​ຂອງ​ໂລກ​ກໍໄດ້​ມີ​ຄວາມ​ດຸນ​ດ່ຽງ​ກວ່າ​ເກົ່າ, ການ​ຄ້າ​ກັບ​ປະ​ເທດ​​ທີ່​ຢູ່ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ຮັກ​ສາ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ອ່າວ​ໄວ, ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫ້​ມີ​ຄວາມຫຼາກຫຼາຍ ແລະ ມີ​ທ່າ​ແຮງແຂ່ງ​ຂັນ​ດີ​ກວ່າ​ເກົ່າ.

ທ່ານຫຼີ​ຂຸຍ​ເວີນ ຫົວ​ໜ້າ​ກົມ​ສະ​ຖິ​ຕິ​ແລະ​ວິ​​ເຄາະ​ຂອງ​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: “ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໄດ້​ຮັກ​ສາ​ການ​ເພີ່ມ​ຂຶ້ນ​ເປັນ 11 ເດືອນ​ລຽນ​ຕິດ. ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ​ແລ້ວ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ໃນ 4 ເດືອນ​ຕົ້ນ​ປີ​ນີ້​ສູງ​ເຖິງ 21,8%. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຈີນ​ໄດ້​​ຮັບ​ຜົນ​ສຳ​ເລັດ​ທີ່​ມີ​ລັກ​ສະ​ນະຍຸດ​ທະ​ສາດ​ທີ່​ສຳ​ຄັນ, ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ກໍ​ມີ​ປະ​ສິດ​ທິ​ຜົນສູງ.