ໝາກເຊີຣີໃຫຍ່ທີ່ມີເນື້ອທີ່ 7000 ກວ່າມູ້ຢູ່ເມືອງຫຼູ້ຕ້ຽນສຸກແລ້ວ ແລະ ເຂົ້າຈຳໜ່າຍໃນຕະຫຼາດ

2021-05-10 15:48:27 |ມາຈາກ:

ມື້ມໍ່ໆມານີ້, ໝາກເຊີຣີໃຫຍ່ ທີ່ມີເນື້ອທີ່ 7000 ກວ່າມູ້ (ປະມານ 460 ກວ່າເຮັກຕາ) ຢູ່ເມືອງຫຼູ້ຕ້ຽນໄດ້ສຸກແລ້ວ ແລະ ເຂົ້າຈຳໜ່າຍໃນຕະຫຼາດ, ດຶງດູດນັກທ່ອງທ່ຽວຈຳນວນຫຼາຍມາສວນເພື່ອເກັບ, ຊິມໝາກເຊີຣີ ແລະ ທ່ຽວຫຼິ້ນ.

ທ່ານ ນາງຈ່າງ ນັກທ່ອງທ່ຽວທີ່ມາແຕ່ເມືອງຕ້າກວ່ນ ເວົ້າວ່າ “ພວກເຮົາເປັນລູກຄ້າເກົ່າຂອງສວນໝາກສີຄຳ, ໝາກເຊີຣີໃຫຍ່ທີ່ປູກຢູ່ທີ່ນີ້ມີຄຸນນະພາບດີ, ລົດຊາດຫວານຫຼາຍ, ສະພາບແວດລ້ອມອ້ອມຂ້າງກໍດີ, ຄອບຄົວຂອງຂ້ອຍທ່ຽວຫຼິ້ນຢູ່ທີ່ນີ້ມີຄວາມສຸກຫຼາຍ.”

ທ່ານ ຈິ່ງຊວນ ຜູ້ຮັບຜິດຊອບສວນແນະນຳວ່າ “ໝາກເຊີຣີໃຫຍ່ມີຫຼາຍເຖິງສິບກວ່າຊະນິດ, ໄລຍະເວລາຂອງການເກັບຈະມີເຖິງກາງເດືອນມິຖຸນາ, ຫວັງວ່າໝາກເຊີຣີໃຫຍ່ທີ່ຢູ່ໃນສວນນີ້ຈະສ້າງລາຍໄດ້ເຖິງ 4 ແສນຢວນໃນປີນີ້.” ສວນນຳໃຊ້ຝຸ່ນທຳມະຊາດຕະຫຼອດມາ, ການຕັດແຕ່ງດອກ ແລະ ຕົ້ນແບບວິທະຍາສາດ, ໝາກທີ່ໄດ້ບໍ່ພຽງແຕ່ໄດ້ໝາກໜ່ວຍໃຫຍ່, ມີນ້ຳພຽງພໍ, ລົດຊາດກໍຍັງດີ.

ອິງຕາມການແນະນຳ, ໃນປັດຈຸບັນນີ້ ເນື້ອທີ່ປູກໝາກເຊີຣີໃຫຍ່ຂອງເມືອງຫຼູ້ຕ້ຽນ ມີເຖິງ 460 ກວ່າເຮັກຕາ, ບັນລຸຜົນຜະລິດ 500 ກວ່າໂຕນໃນປີກາຍນີ້, ໝາກໄມ້ໄດ້ຈຳໜ່າຍໄປໄກຮອດເມືອງຕ້າຫຼີ້, ນະຄອນຈົງກິ່ງ, ແຂວງເຈີຈ່ຽງ, ແຂວງກວາງຕຸ້ງແລະ ອື່ນໆ, ມູນຄ່າການຜະລິດ 15 ລ້ານຢວນ, ຊາວສວນຜູ້ປູກໝາກໄມ້ພັນກວ່າຄອບຄົວໄດ້ຮັບຜົນປະໂຫຍດ.

ມາຈາກ:ເວັບໄຊຢຸນນານ

ນັກຂ່າວ:ເສິນຊູ້ນ ຫຼີ້ຊຽວ ໂສວຈູ້