ຈຳ​ນວນການ​ສັກ​ວັກ​ຊີນ​ຕ້ານ​​ໂຄວິດ-19ຂອງ​ຈີນຫຼາຍກວ່າ 300 ລ້ານ​ເທື່ອ​ຫຼອດ

2021-05-10 17:25:01 |ມາຈາກ: CRI

ວັນ​ທີ 8 ພຶດ​ສະ​ພາ​ນີ້, ເວັບ​ໄຊ​ຂອງຄະ​ນະ​ກຳ​ມະ​ການ​ອະ​ນາ​ໄມ​ແລະ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ: ນັບ​ມາ​ຮອດ​ວັນ​ທີ 7 ພຶດ​ສະ​ພາ​ນີ້, ຈຳ​ນວນການ​ສັກ​ວັກ​ຊີນ​ຕ້ານ​​ໂຄວິດ-19 ໃນ​ທົ່ວ​ປະ​ເທດ​ຈີ​ນ​ບັນ​ລຸ​ເຖິງ 308,226 ລ້ານ​ເທື່ອ​ຫຼອດ, ຈີນ​ພວມ​ເລັ່ງ​ລັດ​ບັນ​ລຸ​ເປົ້າ​ໝາຍ​ທີ່​ສ້າງຮົ້ວ​ປ້ອງ​ກັນ​ພະ​ຍາດ​ທີ່​ເຂັ້ມແຂງ​.

ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ, ປະ​ຊາ​ຊົນ​ຈີນ​​ທີ່​ສະ​ໜັບ​ສະ​ໜູນ​ການ​ສັກ​ວັກ​ຊີນ​ດ້ວຍ​ການ​ກະ​ທຳ​ຕົວ​ຈີງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຜູ້​ເຖົ້າ​ອາ​ຍຸ​ສູງ​ຈຳ​ນວນ​ຫຼາຍ​ກໍ​ໄດ້​ສັກ​ວັກ​ຊີນ​ເຊັ່ນ​ກັນ. ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ປັກ​ກິ່ງ​ເປີດ​ເຜີຍ​ວ່າ: ຕາມ​ຜົນ​ການ​ສະ​ຖິ​ຕິ​ທີ່​ນັບ​ບໍ່​ຖ້ວນ, ປັດ​ຈຸ​ບັນ​ໃນ​ກຸ່ມ​ຄົນ​ທີ່​ສັກ​ວັກ​ຊີນ​ຕ້ານ​ໂຄວິດ-19 ​, ອາ​ຍຸ​ສູງກວ່າ 60 ປີ​ມີ 1.675.000 ຄົນ, ໃນ​ນັ້ນ​ມີ 2 ພັນ​ກວ່າ​ຄົນ​ອາ​ຍຸ​ສູງກວ່າ 90 ປີ. ສ່ວນ​ຜູ້​ທີ່​ສັກ​ວັກ​ຊີນ​ອາ​ຍຸ​ແກ່ກວ່າ​ໝູ່​ໄດ້​ສູງກວ່າ​ຮ້ອຍ​ປີ.