ທ່ານນາງຊີຊິ່ນແມ່ນແມ່ຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານນາງໄດ້ເຂົ້າຮ່ວມການປະຕິວັດ ແລະ ເຂົ້າເປັນສະມາຊິກພັກກອມມູນິດຈີນໃນສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນໃນປີ 1939. ຕອນນັ້ນທ່ານນາງຊີຊິ່ນມີອາຍຸພຽງ 15 ປີ.
ໃນຕະຫຼອດຊີວິດຂອງທ່ານນາງຊີຊິ່ນມີປະສົບການສອງໄລຍະທີ່ເຮັດໃຫ້ທ່ານໄດ້ ປະໂຫຍດຢ່າງຍິ່ງ: ໜຶ່ງຄືໄລຍະສອງປີທີ່ທ່ານປະຈຳການຢູ່ຖານທີ່ໝັ້ນຕໍ່ຕ້ານຟາຊິດຍີ່ປຸ່ນ, ທ່ານໄດ້ຜ່ານການທົດສອບຈາກສົງຄາມ, ໃຊ້ຊີວິດທ່າມກາງການສູ້ຮົບທີ່ລຳບາກກາກກຳເຊິ່ງໄດ້ບົ່ມສ້າງຈິດໃຈປະຕິວັດທີ່ເຂັ້ມແຂງ ແລະ ເບິ່ງໂລກໄປໃນແງ່ດີໃຫ້ກັບທ່ານ, ເຮັດໃຫ້ທ່ານມີຈິດໃຈທີ່ໜັກແໜ້ນໃນການຕໍ່ສູ້ປະຕິວັດ ແລະ ສ້າງເປັນຊີວະທັດລັດທິກອມມູນິດ. ໄລຍະທີ່ສອງຄືໄລຍະ 8 ປີທີ່ທ່ານເຮັດວຽກຢູ່ຂັ້ນຮາກຖານຂອງຊົນນະບົດຂອງແຂວງສ້ານຊີ່, ແຂວງກ່ານຊູ້ ແລະ ເຂດນີງເຊ້ຍທີ່ເປັນຖານທີ່ໝັ້ນຂອງການປະຕິວັດຂອງພັກກອມມູນິດຈີນໃນໄລຍະຕໍ່ຕ້ານຟາຊິດຍີ່ປຸ່ນ ໂດຍທ່ານໄດ້ສ້າງມິດຕະພາບ ແລະ ສ້າງຄວາມຮັກແພງອັນເລິກເຊິ່ງກັບປະຊາຊົນຊາວຜູ້ອອກແຮງງານຢູ່ຊົນນະບົດ.
ເມື່ອອາຍຸໄດ້ 15 ປີຄືກັນ, ຄືໃນວັນທີ 13 ມັງກອນ ປີ1969, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດບ້ານຫຼຽງເຈ່ຍເຫີ ທາງພາກເໜືອຂອງແຂວງສ້ານຊີ່, ທ່ານ ໄດ້ໃຊ້ຊີວິດໄວໜຸ່ມຢູ່ທີ່ນັ້ນເປັນເວລາ 7 ປີ.
ໃນໄລຍະ7ປີນີ້, ທ່ານສີຈິ້ນຜິງກັບພໍ່ແມ່ປະຊາຊົນໄດ້ກິນເຂົ້າຮ່ວມກັນ, ຢູ່ຮ່ວມກັນແລະອອກແຮງງານຮ່ວມກັນ,ທ່ານໄດ້ຜ່ານການຝຶກຝົນຫຼໍ່ຫຼອມຈາກຊີວິດທີ່ທຸກຍາກລຳບາກ. ໃນໄລຍະນີ້, ທ່ານສີຈິ້ນຜິງໄດ້ຂຽນໃບຄຳຮ້ອງຂໍເຂົ້າເປັນສະມາຊິກພັກກອມມູນິດຈີນທັງໝົດ10ສະບັບຕາມລຳດັບ. ໃນເດືອນມັງກອນປີ1974, ທ່ານສີຈິ້ນຜິງທີ່ມີອາຍຸ20 ປີກໍໄດ້ເຂົ້າເປັນສະມາຊິກພັກກອມມູນິດຈີນຢ່າງເປັນທາງການຢູ່ບ້ານຫຼຽງເຈ່ຍເຫີ.
ຢູ່ບ້ານຫຼຽງເຈ່ຍເຫີ, ຖົງໃສ່ເຂັມທີ່ແມ່ຫຍິບໃຫ້ທ່ານສີຈິ້ນຜິງນັ້ນໄດ້ຢູ່ກັບທ່ານຕະຫຼອດມາ ເຊິ່ງຢູ່ດ້ານນອກຖົງຫັ້ນແມ່ໄດ້ແສ່ວໂຕໜັງສືສີແດງ3 ໂຕ ຄື: ດວງໃຈຂອງແມ່.ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຮັກຄວາມແພງລະຫວ່າງລູກກັບແມ່ ທັງເປັນການສະໜັບສະໜູນຂອງແມ່ທີ່ມີຕໍ່ລູກໃນການອຸທິຕົນໃຫ້ແກ່ພາລະກິດຂອງປະເທດຊາດ.
ທ່ານນາຊີຊິ່ນໄດ້ໃຫ້ຄວາມສຳຄັນຕໍ່ການສຶກສາພາຍໃນຄອບຄົວເຊິ່ງໄດ້ສົ່ງອິດທິພົນຢ່າງເລິກເຊິ່ງໃຫ້ແກ່ທ່ານສີຈິ້ນຜິງໃນຕະຫຼອດໄລຍະຂອງການເຕີບໃຫຍ່ຂອງທ່ານ, ເພິ່ນໄດ້ຂຽນຈົດໝາຍໄປຫາທ່ານສີຈິ້ນຜິງໃນເວລາທີ່ດຳລົງຕຳແໜ່ງເປັນ ການນຳຢູ່ຕ່າງແຂວງເລື້ອຍໆຕາມແບບແຜນຂອງຄອບຄົວໂດຍກ່າວເຕືອນລູກວ່າ: “ຢູ່ບ່ອນສູງຈະຮູ້ສຶກທົນຄວາມໜາວພີລຶກໄດ້ຍາກ”, ທັງໄດ້ສັ່ງສອນໃຫ້ທ່ານສີຈິ້ນຜິງຕ້ອງເຂັ້ມງວດຕໍ່ຕົນເອງໃຫ້ຫຼາຍກວ່າເກົ່າ.
ບຸນກຸດຈີນໃນປີ 2001 ທ່ານນາງຊີຊິ່ນ ໄດ້ໂທລະສັບລົມ ກັບທ່ານສີຈິ້ນຜິງທີ່ ເປັນເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນ ໂດຍໄດ້ຖາມຂ່າວ ແລະ ສັ່ງສອນລູກ ວ່າ:“ຂໍພຽງແຕ່ລູກເຮັດວຽກໃຫ້ດີກໍ່ຖືວ່າແມ່ນຄວາມກະຕັນຍູຕໍ່ພໍ່ແມ່ທີ່ດີທີ່ສຸດແລ້ວ, ນີ້ຄືຮັບຜິດຊອບຕໍ່ຄອບຄົວແລະຮັບຜິດຊອບຕໍ່ລູກເອງ, ທັງສອງຢ່າງນີ້ເປັນເອກະ ພາບກັນ.
“ບໍ່ຄິດເພື່ອຕົນເອງ, ບໍ່ເຮັດໃຫ້ປະຊາຊົນຜິດຫວັງ”. ການເຮັດວຽກທັງເວັນທັງຄືນຈົນລືມຮອດຕົນເອງ ແມ່ນສະພາບການເຮັດວຽກປົກກະຕິຂອງທ່ານສີຈິ້ນຜິງ, ການສຳຫຼວດກວດກາວຽກງານຢູ່ຮາກຖານໂດຍບໍ່ມີວັນພັກຜ່ອນ ແມ່ນການກະທຳຕົວຈິງຂອງທ່ານໃນການບໍລິຫານປະເທດ. ຍ້ອນໄດ້ຮັບຄວາມເຊື່ອໝັ້ນແລະການມອບໝາຍໜ້າທີ່ອັນໜັກໜ່ວງຈາກປະຊາຊົນ, ທ່ານສີຈິ້ນຜິງໄດ້ເຮັດວຽກດ້ວຍຄວາມຮັບຜິດຊອບສູງ ແລະ ບໍ່ຮູ້ອິດເມື່ອຍ, ທ່ານແມ່ນຜູ້ນຳທາງທັງແມ່ນຜູ້ບຸກບືນສູ້ຊົນ. ການຖືເອົາປະຊາຊົນສຳຄັນກວ່າໝູ່, ການຮັກສາຈິດໃຈສູ້ຊົນທີ່ບໍ່ຄິດເພື່ອຕົນເອງ ແລະ ອຸທິຕົນຢ່າງບໍລິສຸດຜຸດຜ່ອງຂອງຊາວພັກກອມມູນິດ, ນີ້ແມ່ນຄຳ ສັນຍາຂອງທ່ານສີຈິ້ນຜິງກັບແມ່.