ຄາດ​ວ່າບ່ອນ​ວາງ​ສະ​ແດງ​ໃນງານ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​​ຄັ້ງ​ທີ​ສອງຈະຖືກ​ຈອງ​​ຢ່າງ​ຄຶກ​ຄື້ນ

2021-05-11 17:22:32 |ມາຈາກ: CRI

ງານ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິ​ດ​ໄດ້​ອັດ​ລົງ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້ຢູ່​ນະ​ຄອນ​ໄຫ​ໂຂ້​ ເທດ​ສະ​ບານ​ແຂວງ​ໄຫຫຼຳ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ທີ່​ມີ​ຄຸນ​ນະ​ພາບ​ດີ​​ຕໍ່​ໂລກຢ່າງຫຼວງ ຫຼາຍ​ໃຫ້​ແກ່​ໂລກ ທັງ​ເປັນ​​ການ​ສ້າງເວ​ທີ​ທີ່​ດີ​ໃຫ້​ກັບ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ເພື່ອ​ກ້າວ​ເຂົ້າ​ສູ່​ຕະຫຼາດ​ສາ​ກົນ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ເບື້ອງ​ຕົ້ນ, ​ວິ​ສາ​ຫະ​​ກິດ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້ມີຫຼາຍກວ່າ 80% ມີ​ເຈ​ດ​ຈຳ​ນົງ​ທີ່​ຈະ​ມາ​ເຂົ້າ​ຮ່ວມ​ງານ​ຄັ້ງ​ທີ​ສອງ, ຄາດ​ວ່າ​ບ່ອນ​ວາງ​ສະ​ແດງ​ໃນ​ງານ​ຄັ້ງ​ທີ​ສອງ​ຈະ​ຖືກ​ຈອງຢ່າງ​ຄຶກ​ຄື້ນ.

ຕອນ​ບ່າຍ​ວັນ​ທີ 10 ພຶດ​ສະ​ພາ​ນີ້, ທ່ານ​ຫານ​ເຊີ້ງ​ຈ້ຽນ ຫົວ​ໜ້າ​ອົງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສາ​ກົນ​ໄຫຫຼຳ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ວິ​ສາ​ຫະ​ກິດ 1505 ແຫ່ງ​ຈາກ 70 ປະ​ເທດ​ແລະ​ເຂດ​ແຄ້ວນ ແລະ​ຍີ່​ຫໍ້​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ 2628 ຍີ່​ຫໍ້​ເຂົ້າ​ຮ່ວມ​, ໄດ້​ຈັດ​ກິດ​ຈະ​ກຳ 130 ກວ່າ​ເທື່ອ​ດ້ວຍຫຼາຍ​ຮູບ​ແບບ ເຊັ່ນ: ການ​ນຳ​ສະ​ເໜີ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ທີ່​ແມ່ນ​ຜະ​ລິດ​ຕະ​ພັນ​ໃໝ່, ການ​ຕິດ​ຕໍ່​ພົວ​ພັນ​ການ​ຈັດ​ຊື້, ການ​ໂຄ​ສະ​ນາ​ຂະ​ແໜງ​ການ​ແລະ​ອື່ນໆ. ຈຳ​ນວນນັກ​ທຸ​ລະ​ກິດ​ທີ່​ມາ​ຈັດ​ຊື້​ສິນ​ຄ້າ​ຕ່າງ​ໆ​ແລະ​ຜູ້​​ເຂົ້າ​ຊົມ​ວິ​ຊາ​ການ​​ມີຫຼາຍກວ່າ 30.000 ຄົນ, ຜູ້​​ເຂົ້າຊົມ​ທັງ​ໝົດ​ມີຫຼາຍກວ່າ 240.000 ເທື່ອ​ຄົນ.

ທ່ານ​ຫານ​ເຊີ້ງ​ຈ້ຽນ​ກ່າວ​ວ່າ: ​ເກາະໄຫຫຼຳ​ພວມ​ວາງ​ແຜນ​ການ​ສ້າງ​ໂຄງ​ການ “ສູນ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຂັ້ນ​ສຸດຍອດ​ຂອງ​ໂລກ” ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກວິ​ສາ​ຫະ​ກິດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ. ໂຄງ​ກາ​ນ​ນີ້​ຈະ​ປະ​ສານ​ສົມ​ທົບ​ກັບ​ທ່າ​ແຮງ​ດ້ານ​ນະ​ໂຍ​ບາຍຂອງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ​ທີ່​ປອດ​ພາ​ສີ, ອັດ​ຕາພາ​ສີ​ຕ່ຳ ແລະ​ເສ​ລີກວ່າ, ທ່າ​ແຮງ​ທີ່​ຕັ້ງ​ໃນ​ຂອບ “ໜຶ່ງ​ແລວ​​ໜຶ່ງ​ເສັ້ນທາງ” ແລະ​ທ່າ​ແຮງ​ພິ​ເສດ​ທີ່​ມຸ່ງ​ໜ້າ​ສູ່​ໂລກ​ແລະ​ການ​ຊ່ວຍ​ໜູນ​ຈາກ​ຕະຫຼາດ​ໃຫຍ່​ຂອງ​ຈີນ​, ຈະ​ສ້າງ​ເປັນ​ເວ​ທີ​ຊື້​ຂາຍຕະຫຼອດ​ປີ​ໃຫ້​ກັບ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຂັ້ນ​ສຸດຍອດ​ທັງ​ພາຍ​ໃນ​ແລະ​ຕ່າ​ງ​ປະ​ເທດ ເພື່ອ​ຕອບ​ສະ​ໜອງ​ຕ​າມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວິ​ສາ​ຫະ​ກິດ​ແລະ​ຍີ່​ຫໍ້​ທົ່ວ​ໂລກ​ຈະ​ມາ​ເຂົ້າ​ຮ່ວມ​ງານ​ແລະ​ຊື້​ຂາຍ​ກັນ.