ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອເຄື່ອງອຸປະກອນເພື່ອຕ້ານພະຍາດໂຄວິດ-19 ຂອງແຂວງຢຸນນານ ສປ ຈີນ

2021-05-12 15:30:15 |ມາຈາກ:

ວັນທີ 10 ເດືອນພຶດສະພາ ພິທີມອບ-ຮັບເຄື່ອງອຸປະກອນເພື່ອຕ້ານພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອຂອງແຂວງຢຸນນານ ສປ ຈີນໃຫ້ແກ່ກະຊວງການຕ່າງປະເທດ ແລະ ບັນດາແຂວງຊາຍແດນຢູ່ພາກເໜືອຂອງ ສປປ ລາວ ໄດ້ຈັດຂຶ້ນທີ່ກະຊວງການຕ່າງປະເທດ ສປປ ລາວ.

ທ່ານ ຊ້ຽງຟາງຊຽງ ທີ່ປຶກສາທູດຂອງສະຖານທູດແຫ່ງ ສປ ຈີນປະຈຳ ສປປ ລາວໃນພິທີດັ່ງກ່າວນີ້ກ່າວວ່າ ລາວ-ຈີນເປັນຄູ່ຮ່ວມທຸກຮ່ວມຍາກ ຄູ່ຮ່ວມຊາຕາກຳຊ່ວຍເຫຼືອກັນ. ບໍ່ດົນມານີ້ ປະເທດລາວໄດ້ຮັບຜົນກະທົບຮ້າຍແຮງຈາກພະຍາດໂຄວິດ-19ທີ່ເກີດຂຶ້ນອີກຮອບໃໝ່, ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ໄດ້ນຳເອົາຜ້າອັດປາກ 1 ລ້ານອັນ ມອບໃຫ້ຝ່າຍລາວຢ່າງທັນດ່ວນ ສະແດງເຖິງໄມຕີຈິດມິດຕະພາບຢ່າງເລິກເຊິ່ງ ຂອງອຳນາດການປົກຄອງແຂວງ ກໍຄືປະຊາຊົນແຂວງຢຸນນານທີ່ມີຕໍ່ຝ່າຍລາວ.

ທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ສປປ ລາວ ກ່າວວ່າ, ໃນຍາມທີ່ປະເທດລາວມີຄວາມຫຍຸ້ງຍາກ, ຝ່າຍຈີນເປັນທີ່ເພິ່ງທີ່ໄວ້ເນື້ອເຊື່ອໃຈໄດ້ຂອງຝ່າຍລາວ. ຫຼັງຈາກພະຍາດລະບາດເກີດຂຶ້ນອີກຮອບໃໝ່ ແຂວງຢຸນນານໄດ້ອອກແຮງຢ່າງໃຫຍ່ຫລວງເພື່ອດຳເນີນການຊ່ວຍເຫຼືອ ໂດຍສະເພາະແມ່ນການຊ່ວຍເຫຼືອຕໍ່ກະຊວງການຕ່າງປະເທດ ແລະ ບັນດາແຂວງຊາຍແດນພາກເໜືອຂອງປະເທດລາວຢ່າງທັນການ, ເຮັດໃຫ້ພວກເຮົາຮູ້ສຶກຕື້ນຕັນໃຈ ແລະ ຂໍສະແດງຄວາມຂອບໃຈຕໍ່ອຳນາດການປົກຄອງແຂວງຢຸນນານ ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ແລະ ປະຊາຊົນຈີນຢ່າງສຸດໃຈ.

ທ່ານ ໂພໄຊ ໄຂຄຳພິທູນ ກ່າວວ່າ ກະຊວງການຕ່າງປະເທດລາວ ຈະປະສານສົມທົບກັບຝ່າຍຈີນຢ່າງແໜ້ນແຟ້ນ ເຊີດຊູນ້ຳໃຈມູນເຊື້ອລາວ-ຈີນເປັນຄອບຄົວອັນໜຶ່ງອັນດຽວ ຊຸກຍູ້ການຮ່ວມມືຂັ້ນທ້ອງຖິ່ນໃນສອງປະເທດໂດຍສະເພາະແມ່ນລະຫວ່າງລາວກັບແຂວງຢຸນນານ ໃຫ້ແຕກດອກອອກຜົນ, ຈະຫັນເອົານ້ຳໃຈມູນເຊື້ອແຫ່ງການຮ່ວມມືຕ້ານພະຍາດໂຄວິດ-19 ໃຫ້ກາຍເປັນໝາກຜົນແຫ່ງການພັດທະນາຂອງທ້ອງຖິ່ນຫຼາຍຂຶ້ນ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ຈ່ຽງຈ້ຽນຮວາ