ສະຖານີິສະໜອງໄຟຟ້າຂະໜາດ 10kVແຫ່ງທຳອິດຂອງເສັ້ນທາງລົດໄຟລາວ-ຈີນຕອນພາຍໃນປະເທດຈີນສຳເລັດການສົ່ງກະແສໄຟຟ້າ

2021-05-12 15:33:20 |ມາຈາກ:

ຊຸມມື້ມໍ່ໆມານີ້, ອຸປະກອນໃນສະຖານີສະໜອງໄຟຟ້າຂະໜາດ 10kV ທີ່ເມືອງຢວນຈ່ຽງທັງໝົດສຳເລັດການເປີດນຳໃຊ້ໄຟ, ສະຖານີສະໜອງໄຟຟ້າຂະໜາດ 10kV ທີ່ເມືອງຢວນຈ່ຽງແຫ່ງນີ້ ເປັນສະຖານີສະໜອງໄຟຟ້າທີ່ສົ່ງກະແສໄຟຟ້າແຫ່ງທຳອິດຂອງເສັ້ນທາງລົດໄຟລາວ-ຈີນຕອນພາຍໃນປະເທດຈີນ, ນີ້ເປັນສັນຍາລັກຄວາມສຳເລັດການສົ່ງກະແສໄຟຟ້າ ຂອງສະຖານີສະໜອງໄຟຟ້າແຫ່ງທຳອິດຂອງເສັ້ນທາງລົດໄຟລາວ-ຈີນ ຕອນຢີ້ຊີ-ບໍ່ຫານ ຕອນພາຍໃນປະເທດຈີນ.

ເສັ້ນທາງລົດໄຟຟ້າລາວ-ຈີນ ຕອນຢິ້ຊີໄປຫາບໍ່ຫານ ມີການຕິດຕັ້ງສະຖານີພັກລົດ 11 ແຫ່ງ, ສະຖານີສະໜອງໄຟຟ້າຂະໜາດ 10kV 11 ແຫ່ງ, ຕາມແຜນການກໍ່ສ້າງ ຍັງມີສະຖານີສະໜອງໄຟຟ້າຂະໜາດ 10kV 10 ແຫ່ງຂອງເສັ້ນທາງລົດໄຟລາວ-ຈີນຕອນພາຍໃນປະເທດຈີນທີ່ຈະສຳເລັດວຽກສົ່ງກະແສໄຟຟ້າໃນທ້າຍເດືອນມິຖຸນາ, ເພື່ອສະໜອງໄຟຟ້າໃຫ້ແກ່ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ການນຳໃຊ້ໄຟຟ້າຂອງເສັ້ນທາງລົດໄຟຫຼັງເປີດນຳໃຊ້ບໍລິການ.

ມາຈາກ:ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫູຊຽວລອງ