ປະ​ເທ​ດອາຊີ​ໄດ້​​ເຊັນ “ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​ອະນຸລັກ​ມໍ​ລະ​ດົກ​ວັດທະນະທຳ​ອາຊີ” ​ເປັນ​ເທື່ອ​ທຳ​ອິດ

2021-05-12 17:33:16 |ມາຈາກ: CRI

ວັນ​ທີ 11 ພຶດສະພາ​ນີ້, ອົງການ​ມໍລະດົກ​ວັດທະນະທຳແຫ່ງ​ຊາດ​ຈີນ​ໄດ້​​ເຊັນ “ຖະ​ແຫຼ​ງການຮ່ວມ​ວ່າ​ດ້ວຍ​ການ​ອະນຸລັກ​ມໍ​ລະ​ດົກ​ວັດທະນະທຳ​ອາຊີ​” ກັບ​ກະຊວງ​ຂໍ້​ມູນ​ຂ່າວສານ ​ແລະ​ວັດທະນະທຳ​ອັຟ​ກາ​ນິສະຖານ, ​ອົງການ​​ມໍ​ລະ​ດົກ ​ແລະ​ວັດທະນະທຳ​ແຫ່ງ​ຊາດ​ປາ​ກິດ​ສະຖານ, ສາມ​ປະ​ເທດຈະ​ດຳ​ເນີນ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຫຼາຍ​ຂົງ​ເຂດ ​ເຊັ່ນ: ຮ່ວມ​ກັນ​ຄົ້ນຄວ້າ​ບູຮານ​ນະຄະດີ, ອະນຸລັກ ​ແລະ​ປະຕິສັງຂອນມໍລະດົກ​ວັດທະນະທຳ, ມໍລະດົກ​ໂລກ, ການ​ແລກປ່ຽນ​ບົດຮຽນດ້ານ​ການວາງສະ​ແດງ​ຢູ່​ຫໍພິພິທະ​ພັນ, ປ້ອງ​ກັນ​ການ​ຄ້າ ​ແລະຂົນ​ສົ່ງ​ວັດຖຸບູຮານຢ່າງ​ຜິດ​ກົດໝາຍ, ​ຝຶກ​ອົບຮົມ​ບຸກຄະລາ​ກອນ ​ແລະ​ອື່ນໆ. ​ນີ້ເປັນ​​ເທື່ອ​ທຳ​ອິດ​ທີ່​ປະ​ເທດ​ອາຊີ​​ໄດ້ເຊັນ​ເອກະສານ​ການ​ຮ່ວມ​ມື​ສອງ​ຝ່າຍ​ກ່ຽວ​ກັບ “ການ​ເຄື່ອນ​ໄຫວ​ອະນຸລັກມໍລະດົກ​ວັດທະນະທຳ​ອາຊີ”.

ທ່ານ​ຫຼີຊຸນ ຫົວໜ້າ​ອົງການ​ມໍລະດົກ​ວັດທະນະທຳ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້ວ່າ: ​ໃນ​ເດືອນ​ຕຸລາປີ​ນີ້, ຈີນ​ຍັງ​ຈະ​ຈັດ “ກອງ​ປະຊຸມ​ສົນທະນາ​ກ່ຽກວັບ​ການ​ອະນລັກ​ມໍລະດົກວັດທະນະທຳ​ອາຊີ” ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ເຊິ່ງຈະກຳນົດ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ແຜນ​ດຳ​ເນີນ​ການ​ເຄື່ອນ​ໄຫວອະນຸລັກ​ມໍລະດົກ​ວັດທະນະທຳ​ອາຊີ​ຮ່ວມ​ກັນ, ລິ​ເລີ່​ມ​ໃຫ້​ສ້າງ​ຕັ້ງສະຫະພັນ​ອະນຸລັກມໍ​ລະດົກ​ວັດທະນະທຳ​ອາຊີ ​ແລະ​ກອງ​ທຶນອະນຸລັກມໍ​ລະດົກ​ວັດທະນະທຳ​ອາຊີ.