ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ກ່າວ​ວ່າ: ໃນ​ບັນ​ຫາ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ບໍ່ຄວນ​ເວົ້າ​ແຕ່​ປາກ​ເປົ່າ​ລ້າໆ

2021-05-12 17:35:47 |ມາຈາກ: CRI

ວັນ​ທີ 11 ພຶດ​ສະ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ, ວັກ​ຊີນ​ແມ່ນ​ອາ​ວຸດ​ສຳ​ຄັນ​ໃນ​ການ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19, ການ​ກະ​ທຳ​ຕົວ​ຈິງ​ສຳ​ຄັນ​ກວ່າ​​ປາກ​ເປົ່າ. ໃນ​ບັນ​ຫາ​ວັກ​ຊີນ​ບໍ່​ຄວນ​ເວົ້າ​ແຕ່​ປາກ​ເປົ່າ​ລ້າໆ, ວຽກ​ອັນຮີບ​ດ່ວນ​ໃນ​ປະ​ຈຸ​ບັນ ຄື​ຕ້ອງ​ເອົາ​ວັກ​ຊີນ​ໄປຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໂຄ​ສົກ​ສະ​ຫະ​ພັນ​ເພື່ອ​ວັກ​ຊີນ ແລະ ພູມ​ຕ້ານ​ທານ​ໂລກກ່າວ​ວ່າ, ສະ​ຫະ​ພັນ​ດັ່ງ​ກ່າວ​ພວມ​ຕາງ​ໜ້າCOVAX ເຈ​ລະ​ຈາ​ກັບ​ບໍ​ລິ​ສັດ​ຜະ​ລິດ​ວັກ​ຊີນຫຼາຍ​ແຫ່ງ ເຊິ່ງ​ລວມ​ທັງ​ບໍ​ລິ​ສັດ​ຊີ​ໂນ​ຟາມ​ຂອງ​ຈີນ, ເພື່ອ​ເປີດກວ້າງ​ແຫຼ່ງ​ສະ​ໜອງວັກ​ຊີນ. ນອກ​ນີ້​ຂ່າວຍັງ​ແຈ້ງວ່າ, ຫວ່າງ​ມໍ່ໆ​ມາ​ນີ້ ອາ​ເມ​ຣິ​ກາ​ໄດ້​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ດ້ານວັກ​ຊີນໂຄວິດ-19, ​ແຕ່​ຍັງ​ເປັນ​ຫ່ວງວ່າ​ປະ​ເທດ​ອື່ນ​ຈະ​ໄດ້​ຮັບ​ເຕັກ​ໂນ​ໂລ​ຊີ​ຜະ​ລິດ​ຢາ​ຊີ​ວະ​ພາບ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ຣິ​ກາ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ທີ່​ສະ​ເໜີ ທັງ​ລົງ​ມືປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​​ໃຫ້​ວັກ​ຊີນ​ເປັນ​ຜະ​ລິດ​ຕ​ະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ​ກ່ອນ​ໝູ່. ຈີນ​ໄດ້​ຊ່ວຍ​ເຫຼືອ​ວັກ​ຊີນ​​ແກ່ 80 ກວ່າ​ປະ​ເທດ​ພວມ​ພັດ​ທະ​ນາ, ແລະ​ສົ່ງ​ອອກວັກ​ຊີນ​ໃຫ້​ແກ່ 50 ກວ່າ​ປະ​ເທດ, ພ້ອມ​ທັງ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ໂອນ​ເຕັກ​ນິກ ແລະ ຮ່ວມ​ມື​ຜະ​ລິດ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ. ຈີນ​​ຍິ​ນ​ດີ​ຕ້ອນ​ຮັບ​ປະ​ເທດ​ອື່ນ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ສາ​ມາດ ແລະ ມີເງື່ອນ​ໄຂ​ພຽງ​ພໍ​ສະ​ໜອງວັກ​ຊີນ​ໃຫ້​ແກ່​ປະ​ເທດ​ພວມ​ພັ​ດ​ທະ​ນາ​ໂດຍ​ໄວ, ເພື່ອ​ສ້າງ​ເງື່ອນ​ໄຂ​​ທີ່ເອື້ອ​ອຳ​ນວຍ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສາ​ມາດ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ​ໄດ້ໂດຍ​ໄວ.