ແຂວງ​ອຸ​ດົມ​​ໄຊໄດ້​ມອບ​ໃບຍ້ອງ​ຍໍໃຫ້​ກັບ​ໜ່ວຍ​ງານ​​ຊ່ຽວ​ຊານແພດ​ໝໍຈີນ​ທີ່​​ໄປ ຊ່ວຍ​ເຫຼືອ​ປະ​ເທດ​ລາວ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

2021-05-13 17:31:00 |ມາຈາກ: CRI

ວັນ​ທີ 11 ພຶດ​ສະ​ພາ​ນີ້, ເພື່ອ​ຍ້ອງ​ຍໍ​ຊົມ​ເຊີຍ​ແລະ​ສະ​ແດງ​ຄວາມຂອບ​ໃຈ​ນຳ​ໜ່ວຍ​​ງານຊ່ຽວ​ຊານແພດ​ໝໍຈີນ​​ທີ່​ໄດ້​ໄປຊ່ວຍ​ເຫຼືອ​ລາວ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ທີ່​ໄດ້​ປະ​ກອບ​ສ່ວນ​​ອັນສຳ​ຄັນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​​ຢູ່ແຂວງ​ອຸ​ດົມ​ໄຊ, ແຂວງ​ອຸ​ດົມ​ໄຊ​​ຈຶ່ງ​ຕົກ​ລົງ​ມອບ​ໃບ​ຍ້ອງ​ຍໍ​ໃຫ້​ກັບ​ໜ່ວຍ​ງານ​ຊ່ຽວ​ຊານ​ແພດ​ໝໍ​ດັ່ງ​ກ່າວ.

ໂດຍ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ລາວ, ຕອນ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພາ​ນີ້, ໜ່ວຍ​ງານ​ຊ່ຽວ​ຊານ​ແພດ​ໝໍ​ຈີນ​ໄດ້​ເດີນ​ທາງ​ໄປ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ​ຢ່າງ​ຮີບ​ດ່ວນ ເພື່ອ​ໃຫ້​ການ​ຮ່ວມ​ມື​​ຕ້ານ​ກັບ​ພະ​ຍາດ. ໜ່ວຍງານ​ຊ່ຽວ​ຊານ​ແພດ​ໝໍ​ຈີນ​ໄດ້​ແບ່ງ​ເປັນ​ສອງ​ໜ່ວຍ​ງານ, ໜ່ວຍ​ງານ​ໜຶ່ງ​ໄດ້​ໄປ​ເຖິງ​ແຂວງ​ອຸ​ດົມ​ໄຊ ແລະອີກ​ໜ່ວຍ​ງານ​ໜຶ່ງ​ໄດ້​ໄປ​​ແຂວງຫຼວງ​ພະ​ບາງ​ແລະ​ແຂວງບໍ່​ແກ້ວ.