ກິດຈະກຳວັນຍີ່ຫໍ້ທີ່ມີຊື່ສຽງຈີນປີ 2021 ເປີດຂຶ້ນຢູ່ນະຄອນຊຽງໄຮ

2021-05-14 17:48:19 |ມາຈາກ:

ວັນທີ 10 ພຶດສະພາ, ກິດຈະກຳວັນຍີ່ຫໍ້ທີ່ມີຊື່ສຽງຈີນປີ 2021 (China Brand Day) ໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ. ຫົວຂໍ້ຂອງກິດຈະກຳຄັ້ງນີ້ແມ່ນ "ຍີ່ຫໍ້ຂອງຈີນ, ຮ່ວມແບ່ງປັນທົ່ວໂລກ; ການຈໍລະຈອນຄູ່ຂອງພາຍໃນແລະຕ່າງປະເທດທີ່ເຂັ້ມແຂງ, ກະຕຸ້ນການບໍລິໂພກໃໝ່", ກິດຈະກຳລວມມີ ເວທີປຶກສາຫາລືສາກົນກ່ຽວກັບການພັດທະນາຍີ່ຫໍ້ຈີນ, ງານວາງສະແດງຍີ່ຫໍ້ເອກະລາດຂອງຈີນ, ແລະ ກິດຈະກຳຍີ່ຫໍ້ທີ່ມີເອກະລັກຂອງທ້ອງຖິ່ນ.

ແຂວງຢຸນນານມີບໍລິສັດຂອງຍີ່ຫໍ້ທີ່ມີຊື່ສຽງ ແລະ ຍີ່ຫໍ້ປະດິດສ້າງໃໝ່ 40 ແຫ່ງເຂົ້າຮ່ວມກິດຈະກຳ, ໂດຍສຸມໃສ່ການສະແດງຜົນງານໃໝ່ ແລະ ໂສມໜ້າໃໝ່ໃນດ້ານການສ້າງຍີ່ຫໍ້ “ດີຈີຕອນຢຸນນານ”,ສ້າງ “ສາມບັດ” ທີ່ເປັນລະດັບໜຶ່ງຂອງໂລກ. ແຂວງຢຸນນານຖືເອົາ "ການສ້າງຍີ່ຫໍ້ຂອງຕົນເອງ ແລະ ສ້າງແຂວງຢຸນນານທີ່ມີສະເໜ່" ເປັນສາຍສຳຄັນ, ໂດຍມີຫໍວາງສະແດງສອງແບບ ຄື ຫໍວາງສະແດງທາງອິນເຕີເນັດແລະ ຫໍວາງສະແດງຕົວຈິງ. ຫໍວາງສະແດງຕົວຈິງມີ 15 ບໍລິສັດເຂົ້າຮ່ວມ ແລະ ແບ່ງເປັນສາມສ່ວນຄື "ຢຸນນານເຈັດສີສັນ", "ຍີ່ຫໍ້ຢຸນນານ", "ດິຈິຕອນຢຸນນານ". ຫໍວາງສະແດງທາງອິນເຕີເນັດຂອງຢຸນນານມີ 25 ບໍລິສັດເຂົ້າຮ່ວມງານວາງສະແດງ,

ໂດຍຜ່ານຮູບພາບ, ບົດເລື່ອງ, ວິດີໂອ ແລະ ວິທີການອື່ນໆ ນຳສະເໜີສີສັນຂອງທຸກຍີ່ຫໍ້, ຊ່ວຍໃຫ້ນັກທ່ອງທ່ຽວໄດ້ສຳຜັດສະເໜ່ ຂອງແຂວງຢຸນນານໂດຍບໍ່ຕ້ອງອອກຈາກເຮືອນ.

ມາຈາກ:ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ດວນຊຽວຣຸຍ ໂຈຊານ