ວັນທີ 10 ພຶດສະພານີ້, ໄດ້ເກີດເຫດໄຟໄໝ້ປ່າ ທີ່ພູເຂົາຕ້າຊາປາ ບ້ານວານຊຽວ ຕາແສງວານຊຽວ ເມືອງຕ້າຫຼີ. ໃນລະຫວ່າງການກູ້ໄພ, ຕອນທີ່ເຮືອບິນເຮລີກົບເຕີກຳລັງເອົານ້ຳ ໄດ້ເກີດອຸບັດຕິເຫດຕົກລົງໃສ່ໜອງແສ, ພາຍໃນເຮືອບິນມີຈຸບິນທັງໝົດ 4 ຄົນ. ຫຼັງຈາກການຄົ້ນຫາ ແລະ ກູ້ໄພ, ໃນວັນທີ 11 ພຶດສະພາ, ໄດ້ພົບເຫັນຈຸບິນທັງ 4 ຄົນ, ຜ່ານການຢັ້ງຢືນຈາກເຈົ້າໜ້າທີ່ສຸກເສີນດ້ານການແພດທີ່ຢູ່ໃນສະຖານທີ່ເກີດເຫດ, ທັງ 4 ຄົນໄດ້ເສຍຊີວິດລົງແລ້ວ. ປັດຈຸບັນ, ກຳລັງເປີດການສືບສວນສອບສວນຫາສາເຫດຂອງອຸບັດຕິເຫດ ແລະ ຈັດງານສົບຂອງຜູ້ຖືກເຄາະຮ້າຍທັງ 4 ຄົນ.
ມາຈາກ:ໜັງສືພິມລາຍວັນຢຸນນານ
ນັກຂ່າວ: ຈວງຈຸນຫວາ