ແຂວງຢຸນນານມີປະຊາກອນທັງໝົດ 47.209.277 ຄົນ

2021-05-14 18:00:21 |ມາຈາກ:

ວັນທີ 11 ພຶດສະພານີ້, ການສຳຫຼວດປະຊາກອນທົ່ວປະເທດຈີນຄັ້ງທີ7 ໄດ້ແຈ້ງຜົນອອກມາດັ່ງນີ້: ແຂວງຢຸນນານມີປະຊາກອນທັງໝົດ 47.209.277 ຄົນ. ປະຊາກອນເພດຊາຍກວມເອົາ 51,73%, ປະຊາກອນເພດຍິງກວມເອົາ 48,27%, ອັດຕາສ່ວນເພດຂອງປະຊາກອນທັງໝົດແມ່ນ 107,16%. ຈາກຄຸນນະພາບຂອງປະຊາກອນ, ປະຊາກອນແຂວງຢຸນນານອາຍຸ 0-14 ປີກວມເອົາ 19,57%, ປະຊາກອນແຂວງຢຸນນານອາຍຸ 15-59 ປີກວມເອົາ 65,52%, ປະຊາກອນແຂວງຢຸນນານອາຍຸ 60 ປີແລະ ຫຼາຍກວ່າ 60 ປີກວມເອົາ 14,91%, ໃນນັ້ນ,ອາຍຸ 65 ປີ ແລະ ຫຼາຍກວ່າ 65 ປີ ກວມເອົາ 10,75%.

ມາຈາກ:ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫູຊຽວລອງ