ນັກຂ່າວຕ່າງປະເທດປະຈຳ ສປ ຈີນເດີນທາງມາຢ້ຽມຢາມແຂວງຢຸນນານ ຂະຫຍາຍການຮ່ວມມື ແລະ ການພັດທະນາແຫຼ່ງພະລັງງານໃໝ່ ພວກເພິ່ນກຳລັງສົນໃຈສິ່ງຕໍ່ໄປນີ້

2021-05-20 17:06:31 |ມາຈາກ:

ວັນທີ 17 ເດືອນພຶດສະພາ, ມື້ທຳອິດຂອງການເປີດກິດຈະກຳສຳພາດໃນຫົວຂໍ້ “ການເດີນທາງມາຢ້ຽມຢາມແຂວງຢຸນນານຂອງນັກຂ່າວຕ່າງປະເທດປະຈຳ ສປ ຈີນ” , ຄະນະສຳພາດໄດ້ເດີນທາງມາຮອດ ບໍລິສັດ ສາກົນຢຸນນານຕາຂ່າຍໄຟຟ້າພາກໃຕ້ ຈຳກັດ(China southern power grid Yunnan international co., ltd ) (ຕໍ່ໄປນີ້ເອີ້ນຫຍໍ້ວ່າບໍລິສັດສາກົນຢຸນນານ)ດຳເນີນການສຳພາດແບບ “ມີກຳລັງໄຟຢ່າງເຕັມປ່ຽມ”.“ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ” ກັບ “ແຫຼ່ງພະລັງງານໃໝ່” ກາຍເປັນຄຳສັບທີ່ໃຊ້ເລື້ອຍໆ.

“ບໍລິສັດຂອງທ່ານມີແຜນດ້ານການຮ່ວມມືການກໍ່ສ້າງພະລັງງານໄຟຟ້າກັບປະເທດປາກິສະຖານຫຼືບໍ່?”“ທ່ານມີຄວາມຄິດເຫັນແນວໃດຕໍ່ການຮ່ວມມືດ້ານແຫຼ່ງພະລັງງານໃໝ່ຂອງສອງປະເທດຫວຽດນາມ - ຈີນໃນອະນາຄົດ?”“ໃນຕໍ່ໄປນີ້ ພວກທ່ານຈະຂະຫຍາຍການຮ່ວມມືແນວໃດ, ເພື່ອໃຫ້ອີກຫຼາຍປະເທດເຂົ້າຮ່ວມໃນການກໍ່ສ້າງການເຊື່ອມໂຍງເຊື່ອມຈອດດ້ານພະລັງງານໄຟຟ້າ?”ບໍລິສັດສາກົນຢຸນນານ ມີການແບ່ງປັນການພັດທະນາໂດຍປິ່ນອ້ອມການເຊື່ອມໂຍງເຊື່ອມຈອດດ້ານພະລັງງສງານໄຟຟ້າ, ທຸລະກິດພະລັງງານໄຟຟ້າ,ສຸມໃສ່ໃນດ້ານການແບ່ງປັນຜົນສຳເລັດເຊັ່ນ ການຫຼຸດກາກບອນ, ການນຳໃຊ້ພະລັງງານສະອາດ ແລະ ການເຊື່ອມໂຍງເຊື່ອມຈອດຂອງພະລັງງານໄຟຟ້າໃນພາກພື້ນ ເປັນຕົ້ນ.ບັນດານັກຂ່າວທັງຮັບຟັງຢ່າງຕັ້ງໃຈ, ທັງເຮັດບັນທຶກລົງໃນປຶ້ມຢ່າງວ່ອງໄວ.

Phommouny phetsamone ຜູ້ສື່ຂ່າວຂອງສຳນັກຂ່າວປະເທດລາວ ເວົ້າວ່າ “ຂ້ອຍຫວັງວ່າໃນອະນາຄົດຈະມີຄົນລາວອີກຫຼາຍຄົນເຂົ້າຮ່ວມການກໍ່ສ້າງພະລັງງານໄຟຟ້າ, ຊ່ວຍເຫຼືອການຮ່ວມມືແລກປ່ຽນຂອງສອງປະເທດໃຫ້ມີຄວາມກ້າວໜ້າໄປອີກກ້າວ!”

Dovisa ນັກຂ່າວ ໜັງສືພິມປະຊາຊົນ ຂອງ ປະເທດຫວຽດນາມ:ຂ້ອຍມີຄວາມໝັ້ນໃຈຫຼາຍຕໍ່ການຮ່ວມມືໃນອະນາຄົດລະຫວ່າງ ປະເທດຫວຽດນາມກັບ ປະເທດຈີນໃນດ້ານການພັດທະນາພະລັງງານໄຟຟ້າ ແລະ ຫວັງວ່າຜ່ານການຮ່ວມມືດ້ານພະລັງງານໄຟຟ້າ ຈະປະກອບສ່ວນຕໍ່ສາຍພົວພັນສະຫວ່າງສອງປະເທດ, ສ້າງຜົນປະໂຫຍດແກ່ປະຊາຊົນສອງຊາດ.

Asghar muhammad ນັກຂ່າວສຳນັກຂ່າວປາກິສະຖານ:ບໍລິສັດຕາຂ່າຍໄຟຟ້າພາກໃຕ້ໄດ້ສະສົມປະສົບການຢ່າງຫຼວງຫຼາຍ ໃນຂະບວນການຊຸກຍູ້ການຮ່ວມມືດ້ານພະລັງງານໄຟຟ້າຂອງພາກພື້ນ, ຫວັງວ່າປະສົບການເຫຼົ່ານີ້ຈະສາມາດຊ່ວຍເຫຼືອວິສາຫະກິດພະລັງງານໄຟຟ້າຂອງປະເທດຈີນ ແລະ ປະເທດປາກິສະຖານເຂົ້າຮ່ວມການກໍ່ສ້າງແລວທາງເສດຖະກິດຈີນ-ປາກິສະຖານໃຫ້ຫຼາຍຂຶ້ນກວ່າເກົ່າ, ໂຄງການນີ້ເປັນໂຄງການຂີດໝາຍສຳຄັນຂອງການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ປະຕິບັດການ “ປຶກສາຫາລືຮ່ວມກັນ, ຮ່ວມສ້າງ, ແບ່ງປັນກັນ” ໃນຂົງເຂດທີ່ກວ້າງຂວາງກວ່າເກົ່າ.

ອີງຕາມຂ່າວສານ, ບໍລິສັດ ສາກົນຢຸນນານ ເປັນເວທີດຳເນີນການຮ່ວມມືພະລັງງານໄຟຟ້າສາກົນຂອງບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຈຳກັດ, ອາໄສທ່າແຮງດ້ານພູມສັນຖານ ແລະ ຊັບພະຍາກອນຂອງຢຸນນານ ແລະ ທ່າແຮງດ້ານວິຊາການຂອງ ບໍລິສັດຕາຂ່າຍໄຟຟ້າພາກໃຕ້, ຮັບຜິດຊອບດຳເນີນວຽກການກໍ່ສ້າງຕາຂ່າຍໄຟຟ້າເຊື່ອມໂຍງເຊື່ອມຈອດ ແລະ ການຄ້າດ້ານພະລັງງານໄຟຟ້າຂ້າມຊາຍແດນກັບຫ້າປະເທດອ້ອມຂ້າງ ຄືປະເທດຫວຽດນາມ, ປະເທດລາວ, ປະເທດມຽນມາ, ປະເທດໄທ ແລະ ປະເທດກຳປູເຈຍ.

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫຼີ້ຈ່າ ຫຼີ້ເວີນຈຸ່ງ