ທ່ານສີຈິ້ນຜິງຈະເຂົ້າຮ່ວມກອງປະຊຸມສຸດຍອດສຸຂະພາບໂລກ

2021-05-20 17:19:15 |ມາຈາກ: CRI

ວັນ​ທີ 20 ພຶດ​ສະ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊູນ​ຢິງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ແຈ້ງ​ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ມາ​ຣີ​ໂອ ດ​ຣາ​ຈີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ທີ່​ເປັນ​ປະ​ເທດ​ປະ​ທານ​ກຸ່ມ G20 ແລະ​ທ່ານ​ນາງ​ອູ​ຊູ​ລາ ວອນ ເດີ ເລ​ເຢນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສຸ​ຂະ​ພາບ​ໂລກ​ຜ່ານ​ທາງວີ​ດີ​ໂອ​ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 21 ພຶດ​ສະ​ພາ​ນີ້ ພ້ອມ​ທັງ​ຈະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ.