ນຳຫາ “ດອກໄມ້ແຫ່ງຊີວິດ”—ກິດຈະກຳສຳຜັດຄວາມສວຍງາມຂອງຊີວະນາໆພັນໂດຍການນຳພາຂອງນັກວິທະຍາສາດໄຂຂຶ້ນທີ່ນະຄອນຄຸນໝິງ

2021-05-25 16:14:20 |ມາຈາກ:

ວັນທີ 18 ເດືອນພຶດສະພາ, ນຳຫາ “ດອກໄມ້ແຫ່ງຊີວິດ” —ກິດຈະກຳສຳຜັດຄວາມສວຍງາມຂອງຊີວະນາໆພັນໂດຍການນຳພາຂອງນັກວິທະຍາສາດໄດ້ໄຂຂຶ້ນທີ່ ສວນໂລກນະຄອນຄຸນໝິງ. ກິດຈະກຳຄັ້ງນີ້ຈັດຂຶ້ນໂດຍການຊີ້ນຳຂອງສຳນັກງານຂ່າວສານ ແລະ ໂຄສະນາຂອງ COP15, ແລະ ມີກຸ່ມບໍລິສັດການທ່ອງທ່ຽວຊືໂປແຂວງຢຸນນານຂອງເມືອງຊາວຈີນຕ່າງດ້າວ, ສູນຄົ້ນຄວ້າອະນາຄົດເຂດພູຂອງສະຖາບັນຄົ້ນຄວ້າພຶກສາສາດຄຸນໝິງ ສະພາບັນດິດວິທະຍາສາດຈີນ ເປັນເຈົ້າພາບ.

“ດອກໄມ້ແຫ່ງຊີວິດ” ເປັນເຄື່ອງໝາຍຂອງງານວາງສະແດງສວນໂລກ (World Expo) ໃນປີ 1999. ຫຼັງຈາກນັ້ນ, ເຄື່ອງໝາຍ “ດອກໄມ້ແຫ່ງຊີວິດ” ໄດ້ກາຍເປັນເຄື່ອງໝາຍຂອງສວນໂລກທີ່ນະຄອນຄຸນໝິງ ແລະ ຂອງກຸ່ມບໍລິສັດທ່ອງທ່ຽວຊືໂປແຂວງຢຸນນານ,ສະແດງເຖິງຄວາມຄິດສີວິໄລດ້ານນິເວດຂອງ “ ຄົນ ກັບ ທຳມະຊາດທີ່ກົມກຽວກັນ”. ເນື່ອງໃນໂອກາດກອງປະຊຸມ COP15 ທີ່ຈະຈັດຂຶ້ນຢູ່ຄຸນໝິງ, ກິດຈະກຳຄັ້ງນີ້ຈະປະສານສົມທົບນັກວິທະຍາສາດຈີນ ແລະ ຕ່າງປະເທດໄປຢ້ຽມຢາມເຂດທ່ອງທ່ຽວທີ່ຂຶ້ນກັບກຸ່ມບໍລິສັດຊືໂປໃນເດືອນພຶດສະພາຫາເດືອນຕຸລາ,ຜ່ານສາຍຕາຂອງພວກເຂົາຈະພາໄປຄົ້ນພົບຄວາມສວຍງາມຂອງຊີວະນາໆພັນແຂວງຢຸນນານ, ສະແດງຮູບແບບການປົກປັກຮັກສາຊີວະນາໆພັນຂອງ “ດອກໄມ້ແຫ່ງຊິວິດ” ຢ່າງຮອບດ້ານ. ກິດຈະກຳດັ່ງກ່າວຈະສືບຕໍ່ນຳສະເໜີ ຊຸດກິດຈະກຳ ສີ່ຈຸດເດັ່ນ ຄື: ສຳຫຼວດແບບວິທະຍາສາດ, ກິດຈະກຳໃນຫົວຂໍ້ຊາລອງ, ງານວາງສະແດງຮູບແຕ້ມຂອງທຳມະຊາດ ແລະ ກິດຈະກຳໃນຫົວຂໍ້ໂຄສະນາເຜີຍແຜ່.

ໃນພິທີເປີດ, ພະນັກງານທີ່ກ່ຽວຂ້ອງຂອງກຸ່ມບໍລິສັດຊືໂປ ກັບ ຄະນະນັກວິທະຍາສາດຂອງສູນຄົ້ນຄວ້າອະນາຄົດເຂດພູ ແລະ ບັນດານັກຂ່າວຕ່າງປະເທດປະຈຳ ສປ ຈີນ ໄດ້ປິ່ນອ້ອມຫົວຂໍ້ “ຮ່ວມສ້າງຊີວິດຂອງຄົນ ແລະທຳມະຊາດ” ແບ່ງປັນເລື່ອງທີ່ພວກເພິ່ນປະທັບໃຈຢ່າງເລິກເຊິ່ງກ່ຽວກັບການປົກປັກຮັກສາຊີວະນານາພັນ.

ມາຈາກ: ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ: ຈ່ຽງຢຽງລິງ ຢາວເສີງເສີງ