ເປັນຫຍັງເຄື່ອງຈັກທີ່ນີ້ຈຶ່ງຈຳໜ່າຍໄດ້ດີ

2021-05-25 16:20:15 |ມາຈາກ:

ຕອນບ່າຍ 3 ໂມງ ຂອງວັນທີ 18 ເດືອນພຶດສະພາ, ຄະນະນັກຂ່າວສຳພາດໃນຫົວຂໍ້ “ນັກຂ່າວຕ່າງປະເທດປະຈຳ ສປ ຈີນເດີນທາງມາຢ້ຽມຢາມແຂວງຢຸນນານ” ຢ້ຽມຢາມບໍລິສັດພະລັງງານຢຸນເນ້ຄຸນໝິງຈຳກັດ.

ໃນເວລາທີ່ພົບກັບສະພາບການລະບາດຂອງພະຍາດໂຄວິດ-19, ບໍລິສັດພະລັງງານຢຸນເນ້ໄດ້ເອົາໃຈໃສ່ຟື້ນຟູການດຳເນີນວຽກງານ ແລະ ການຜະລິດ, ເອົາຊະນະຄວາມຫຍຸ້ງຕ່າງໆ. ພ້ອມກັນນັ້ນກໍປັບຕົນເອງໃຫ້ເໝາະສົມກັບການປ່ຽນແປງຄວາມຕ້ອງການຂອງຜູ້ບໍລິໂພກ, ສືບຕໍ່ປັບປຸງລັກສະນະຂອງຜະລິດຕະພັນໃຫ້ດີຂຶ້ນ, ປັບປຸງຄຸນນະພາບຂອງຜະລິດຕະພັນ ແລະ ໃຫ້ລາຄາກັບຄຸນນະພາບຂອງຜະລິດຕະພັນສອດຄ່ອງກັນ. ໂດຍສະເພາະແມ່ນບໍລິສັດໄດ້ປະດິດເຄື່ອງຈັກ “ກົວລິ້ວ” ເຊິ່ງສອດຄ່ອງກັບທ່າອ່ຽງການບໍລິໂພກແບບສີຂຽວ ແລະ ກາກບອນຕ່ຳ, ສະນັ້ນເຄື່ອງຈັກນີ້ຈຶ່ງຈຳໜ່າຍໄດ້ດີໃນຕະຫຼາດພາຍໃນປະເທດຈີນ, ມີໃບສັ່ງຈອງຢ່າງຕໍ່ເນື່ອງ.

ຫ້າປີທີ່ຜ່ານມາ, ຈຳນວນຈຳໜ່າຍຂອງຜະລິດຕະພັນເຄື່ອງຈັກບໍລິສັດພະລັງງານຢຸນເນ້ ເພີ່ມຂຶ້ນຈາກ 2,175 ແສນໜ່ວຍ ຮອດ 6 ແສນໜ່ວຍ.

ນັກຂ່າວຕ່າງປະເທດ ແລະ ນັກຂ່າວຈີນ ໄດ້ໃຊ້ຄຳສັບເຫຼົ່ານີ້ຄື “ອັດສະລິຍະ, ນ້ຳໜັກເບົາ, ຮັກສາສິ່ງແວດລ້ອມ, ການປະຕິຮູບໃໝ່ ” ເພື່ອສະຫຼຸບການເຂົ້າຊົມໃນຄັ້ງນີ້

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫວາງຫວນ ຫຼິ້ວຸນຈຸງ