ຄວາມ​ສາ​ມາດດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​​ຢູ່ນະ​ຄອນ​ຊຽງ​ໄ​ຮ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

2021-05-25 17:41:55 |ມາຈາກ: CRI

ຄວາມ​ສາ​ມາດດຶງ​ດູດ​ການ​ລົງ​ທຶນ​ຂອງ​​ຕ່າງ​ປະ​ເທດ​​ຢູ່​ນະ​ຄອນ​ຊຽງ​ໄ​ຮ້​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ​ໃນພິ​ທີ​ມອບ​ໃບ​​ທະ​ບຽນ​ໃຫ້​ກັບ​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ ແລະ​ສຳ​ນັກ​ງານ​​ສາ​ຂາ​ປະ​ຈຳໃນ​ພາກ​ພື້ນ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ຊຸດ​ທີ 34 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອ​ນ​ຊຽງ​ໄ​ຮ້​ໃນ​ວັນ​ທີ 24 ພຶດ​ສະ​ພາ​ນີ້. ​ສຳ​ນັກ​ງານ​​ສາ​ຂາ​ປະ​ຈຳ​ໃນ​ພາກ​ພື້ນ​ຂອ​ງ​ບໍ​ລິ​ສັດ​ຂ້າມ​ຊາດ 30 ແຫ່ງ ແລະ​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ10ແຫ່ງໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄ​ຮ້. ໃນ​ຈຳ​ນວນ​ວິ​ສາ​ຫະ​ກິດ 40 ແຫ່ງ​ນີ້, ​ມີ 5 ແຫ່ງ​ນອນ​ຢູ່​ໃນ​ບັນ​ຊີ​ລາຍ​ຊື່​ບໍ​ລິ​ສັດ​ຊັ້​ນ​ນຳ​ຂອງ​ໂລກ​ 500 ແຫ່ງ ​ເຊິ່ງ​ປະ​ເມີນ​ໂດຍ​ວາ​ລະ​ສານ “​ຊັບ​ສິນ” Fortune.

ນະ​ຄອນ​ຊຽງ​ໄຮ້ແມ່ນ​ໜຶ່ງ​ໃນ​ຕົວ​ເມືອງ​ທີ່​ມີ​ຄວາມ​​ສາ​ມາດດຶງ​ດູ​ດ​​ການ​ລົງ​ທຶນ​​ຂອງຕ່າງ​ປະ​ເທດ​ຫລາຍ​ທີ່​ສຸດ​ໃນ​ຈີນ ​ກໍ​ຄື​ໃນ​ໂລກ. ທ່ານ​​ຈູ່​ອີ ຮອງປະ​ທານ​ຄ​ະ​ນະ​ກຳ​ມະ​ການ​ການ​ຄ້າ​ນະ​ຄອນ​ຊຽງ​ໄ​ຮ້ແນະ​ນຳ​ໃຫ້​ຊາບ​ວ່າ: ​ນັບ​ແຕ່ເດືອນ​ມັ​ງ​ກອນ ຫາ ​ເດືອນເມ​ສາ​ປີ​ນີ້, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ທຶນ​ຕ່າງ​ປະ​ເທດ​ທີ່​ໄດ້​ທະ​ບ​ຽນ​ການ​ລົງ​ທຶນ ແລະ​ໄດ້​ລົງ​ທຶນ​ຕົວ​ຈິງ​ໃນ​ນະ​ຄອນ​ຊຽງ​ໄ​ຮ້​ໄດ້​ເພີ່ມ​ຂຶ້ນ​​ໃນ 3 ເດືອນ​ຕິດ​ຕໍ່​ກັນ.

ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ແຕ່​ລະ​ພາກ​ສ່ວນ, ຈຳ​ນວນ​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​ໄດ້​ບັນ​ລຸ​ເຖິງ 7 ຕື້ 773 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ20,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະໄດ້​ເພີ່​ມ​ຂຶ້ນ 25,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019. ສຳ​ນັກ​​ງານ​ສາ​ຂາ​ໃນ​ພາກ​ພື້ນ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ໄດ້​ເພີ່ມ​ໃໝ່ 20 ແຫ່ງ, ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂອງ​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ໃໝ່ 7 ແຫ່ງ, ເຊິ່ງ​ນັບ​ມາ​ຮອດ​ເດືອນ​ເມ​ສາ​ປີ​ນີ້, ຈຳ​ນວນ​ການ​ລົງ​ທຶນ​ທັງ​ໝົດ​ທັງ​ສອງ​ປະ​ເພດ​ດັ່ງ​ກ່າວ​ຕ່າງ​​ກໍມີ​ເຖິງ 791ແຫ່ງ ແລະ488ແຫ່ງ.