ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ໂຕ້​​ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ອາ​ເມ​ຣິ​ກາ ແລະ​ສ.ເກົາຫຼີວ່າ: ຢ່າ​ທ້າ​ທາຍ​ເກາະ​ຜິດ​ໃນ​ບັນ​ຫາ​ໄຕ້​ຫວັນ

2021-05-25 17:43:20 |ມາຈາກ: CRI

ກ່ຽວ​ກັບ​ ຖະ​ແຫຼງ​ການ​ຮ່​ວມ​ລະ​ຫວ່າງ​ອາ​ເມ​ຣິ​ກາ ແລະ ສ.ເກົາຫຼີ​​ທີ່​ໄດ້​ລ​ະ​ບຸ​ເຖິງ​ບັນ​ຫາ​ໄຕ້​ຫວັນ​ຈີນ ແລະ ທະ​ເລ​ຈີນ​ໃຕ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພຶດ​ສະ​ພາ​ນີ້​ວ່າ: ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​​ຄວນ​ມີ ​ຄວາມ​ສຸ​ຂຸມ​ຮອບ​ຄອບ​ໃນ​ບັນ​ຫາ​ໄຕ້​ຫວັນ, ຢ່າ​ທ້າ​ທາຍ​ເກາະ​ຜິດ.

ທ່ານ​ຈ້າວ​ລີ້​ຈ່ຽນກ່າວວ່າ, ຈີນ​ໃຫ້​ຄວາມສົນ​ໃຈ​ນຳ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ໃນ​ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ອາ​ເມ​ຣິ​ກາ ແລະ​ສ.ເກົາຫຼີ, ແລະ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ເລື່ອງ​ນີ້. ຈີນ​ເຫັນ​ວ່າ: ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ອາ​ເມ​ຣິ​ກາ-ສ.ເກົາຫຼີ​ຄວນ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ​ການ​ພັດ​ທະ​ນາ​ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ພາກ​ພື້ນ, ແຕ່​ບໍ່​ແມ່ນ​ເຮັດ​ໃນໃນ​ທິດທາງ​ກົງ​ກັນ​ຂ້າມ, ຍິ່ງ​ບໍ່​ຄວນ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຝ່າຍ​ທີ​ສາມ ເຊິ່ງ​ລວມ​ທັງ​ປະ​ເທດ​ຈີນ. ບັນ​ຫາ​ໄຕ້​ຫວັນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ພົວ​ພັນ​ເຖິງ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​​ອັນ​ຄົບ​ຖ້ວນ​ຂອງ​ຈີນ, ​ເຊິ່ງ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​ໃດໆ​ເຂົ້າ​ມາ​ແຊກ​ແຊງ. ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ມີຄວາມ​ສຸ​ຂຸມ​ຮອບ​ຄອບ​ຕໍ່​ບັນ​ຫາ​ໄຕ້​ຫວັນ, ຢ່າ​ທ້າ​ທາຍ​ເກາະ​ຜິດ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້, ບັນ​ດາ​ປະ​ເທດ​ມີ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ​ການບິນ​ຜ່ານ​ທະ​ເລ​ຈີນ​ໃຕ້​ຖ້າ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ​ກໍ​ຈະບໍ່​ມີ​ບັນ​ຫາ​ຫຍັງ​ເລີຍ, ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກໍ​ມີ​ຄວາມ​ຮັບ​ຮູ້​ທີ່​ຈະ​ແຈ້ງ​ຕໍ່​ເລື່ອງ​ນີ້​ຢູ່​ແລ້ວ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ເນັ້ນ​ວ່າ: ປະ​ເທດ​ດຽວ ຫຼື ບາງ​ປະ​ເທດບໍ່​ມີ​ສິດ​ຕີ​ຄວາມ​ໝາຍກ່ຽວ​ກັບ​ລະ​ບຽບ​​ສາ​ກົນ​ແຕ່​ຝ່າຍ​ດຽວ, ຍິ່ງ​ບໍ່​ມີ​ສິດຖື​ເອົາ​ມາດ​ຕະ​ຖານ​ຂອງ​ຕົນ​ບັງ​ຄັບ​ໃສ່​ປະ​ເທດ​ອື່ນ. ​ແຕ່​ໃດໆ​ມາ, ຈີນ​ຄັດ​ຄ້ານ​ປະ​ເທດທີ່​ກ່ຽວ​ຂ້ອງ​ທີ່​ສ້າງ “ວົງ​ແຄບ​ນ້ອຍ” ເຊັ່ນ “ກົນ​ໄກ4ຝ່າຍ”, “ຍຸດ​ທະ​ສາດ​ອິນ​ເດຍ-ປາ​ຊີ​ຟິກ” ແລະ​ອື່ນໆ​ທີ່ແນ​ໃສ່ປະ​ເທດ​ອື່ນ, ການ​ກະ​ທຳ​​ໃນ​ລັກ​ສະ​ນະ​ນີ້​ແມ່ນ​ຝືນກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ​ໃນ​ທີ່​ສຸດຈະ​ບໍ່​​ສົມ​ຫວັງ ແລະ​ບໍ່​ມີ​ທາງ​ອອກ​.”