ທ່ານ ຈົ່ງນານຊ່ານ ແມ່ນບຸກຄົນນຳໜ້າໃນຂົງເຂດການຄົ້ນຄວ້າກ່ຽວກັບພະຍາດລະບົບຫາຍໃຈຂອງຈີນ. ທ່ານເປັນຄົນທີ່ກ້າປາກກ້າເວົ້າ, ທັງກ້າແບກຫາບໜ້າທີ່ຮັບຜິດຊອບ, ເຊິ່ງຍຸດທະວິທີ ແລະມາດຕະການປ້ອງກັນ ຄວບຄຸມ ແລະ ປິ່ນປົວພະຍາດທີ່ເພິ່ນສະເໜີອອກມານັ້ນໄດ້ຊ່ວຍກອບກູ້ຊີວິດຂອງປະຊາຊົນຈຳນວນນັບບໍ່ຖ້ວນ. ໃນການຕ້ານກັບພະຍາດຊາສໃນປີ 2003 ແລະການຕ້ານກັບພະຍາດໂຄວິດ-19 ໃນປີ 2020 ທ່ານລ້ວນແຕ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ. ໃນພິທີຍ້ອງຍໍບຸກຄົນ ແລະ ໜ່ວຍງານດີເດັ່ນໃນການຕ້ານກັບພະຍາດໂຄວິດ-19 ທີ່ຈັດຂຶ້ນໃນເດືອນກັນຍາປີ 2020, ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ປະດັບ “ຫຼຽນໄຊສາທາລະນະລັດ” ໃຫ້ເພິ່ນດ້ວຍຕົນເອງ.
ບໍ່ວ່າຈະໄດ້ຮັບກຽດຕິຍົດອັນສູງສົ່ງຫຼາຍເທົ່າໃດກໍຕາມ, ອາຊີບໝໍ ກໍເປັນຖານະທີ່ທ່ານຈົ່ງນານຊ່ານເອົາໃຈໃສ່ທີ່ສຸດຢູ່ສະເໝີ. ການແນະນຳຕົນເອງທຸກເທື່ອ ເພິ່ນມັກເວົ້າວ່າ: “ຂ້າພະເຈົ້າຊື່ຈົ່ງນານຊ່ານ, ເປັນທ່ານໝໍໃນພະແນກເອິກແລະປອດ.” ເພິ່ນໄດ້ຈື່ຈຳຄຳເວົ້າຂອງພໍ່ຕົນມາໂດຍຕະຫຼອດທີ່ເວົ້າວ່າ: “ຄົນຜູ້ໜຶ່ງຖ້າສາມາດຈົ່ງສິ່ງໃດສິ່ງໜຶ່ງໄວ້ໃຫ້ກັບໂລກນີ້ແລ້ວ, ຊີວິດຂອງຄົນໆນັ້ນຈິ່ງຖືວ່າບໍ່ໄດ້ຜ່ານໄປລ້າໆ.”
ຫຼາຍໆຄົນເວົ້າວ່າ: ນະຄອນກວາງໂຈ່ວເປັນບ່ອນທີ່ມີຄວາມສຸກ, ເພາະວ່າໃນການຕ້ານກັບພະຍາດໂຄວິດ-19, ຢູ່ກວາງໂຈ່ວມີພູໜ່ວຍໜຶ່ງຄື ຈົ່ງນານຊ່ານ ພ້ອມດ້ວຍໜ່ວຍງານຂອງທ່ານທີ່ປຽບເໝືອນພູໜູນຫຼັງທີ່ເຂັ້ມແຂງ. “ພູ” ໜ່ວຍນີ້ບໍ່ແມ່ນພູສູງໃນມື້ໜຶ່ງຍາມດຽວ, ເສັ້ນທາງການເປັນທ່ານໝໍເປັນເວລາຫຼາຍສິບປີຂອງທ່ານຈົ່ງນານຊ່ານ ກໍບໍ່ແມ່ນທາງທີ່ຮາບພຽງສະເໝີ.
ປີ 1955 ທ່ານ ຈົ່ງນານຊ່ານມີອາຍຸ 19 ປີ, ໄດ້ເສັງເຂົ້າສະຖາບັນແພດສາດປັກກິ່ງ,ຮຽນຈົບແລ້ວກໍເຮັດວຽກເປັນອາຈານຜູ້ຊີ້ນຳນັກສຶກສາຢູ່ໂຮງຮຽນເລີຍ. ພາຍຫຼັງມາ ທ່ານໄດ້ໄປເຮັດວຽກສອນໜັງສືຢູ່ພະແນກສິດສອນ ແລະ ຄົ້ນຄວ້າແພດສາດລັງສີ, ຈາກນັ້ນ ເພິ່ນຍັງເຄີຍໄປເຮັດວຽກຢູ່ຊົນນະບົດ, ເຄີຍເປັນກຳມະກອນ, ເປັນບັນນາທິການຂອງໜັງສືພິມໂຮງຮຽນ, ແຕ່ພັດບໍ່ເຄີຍເຮັດວຽກການປິ່ນປົວພະຍາດຈັກເທື່ອ. ຈົນວ່າມີມື້ໜຶ່ງ, ເມື່ອພໍ່ໄດ້ຖາມເພິ່ນຢ່າງກະທັນຫັນວ່າ: ປີນີ້ອາຍຸເທົ່າໃດແລ້ວ? ທ່ານ ຈົ່ງນານຊ່ານບໍ່ເຂົ້າໃຈວ່າ ເປັນຫຍັງພໍ່ຈຶ່ງຖາມແບບນີ້, ແຕ່ກໍຍັງຕອບດ້ວຍຄວາມເຄົາລົບວ່າ 35 ປີແລ້ວ. ພໍ່ໄດ້ຟັງແລ້ວ ກໍ່ບໍ່ເວົ້າຫຍັງຕໍ່ ພຽງແຕ່ຫາຍໃຈເລິກເທົ່ານັ້ນ. ຕອນຄ່ຳມື້ນັ້ນ, ທ່ານ ຈົ່ງນານຊ່ານ ຈຶ່ງຕັດສິນໃຈວ່າ ຕ້ອງພະຍາຍາມຮຽນຫຼັກສູດປົວພະຍາດໃຫ້ໄດ້ດີຢ່າງວ່ອງໄວ. ຕໍ່ມາ, ທ່ານໄດ້ໄປການແຕ່ເຊົ້າໆ ແລະ ເລີກການໃນຕອນເດິກ,ພຽງແຕ່ໜຶ່ງປີເທົ່ານັ້ນ ທ່ານໄດ້ຂຽນປຶ້ມບັນທຶກປະຈຳວັນກ່ຽວກັບວຽກງານປິ່ນປົວພະຍາດ 4 ຫົວ, ຈົນນ້ຳໜັກຕົນເອງຈ່ອຍລົງ 12 ກິໂລ. ໃນທີ່ສຸດ, ທ່ານກໍມີຄວາມສາມາດພຽງພໍໃນການເຮັດວຽກປິ່ນປົວພະຍາດໄດ້ໂດຍໄວ.
ປີ 2003, ໂດຍຜະເຊີນໜ້າກັບການແຜ່ລະບາດຂອງພະຍາດຊາສທີ່ເກີດຂຶ້ນຢ່າງກະທັນຫັນ, ເພິ່ນເປັນເຈົ້າການຮ້ອງຂໍວ່າ: “ສົ່ງຄົນເຈັບທີ່ມີອາການສາຫັດທີ່ສຸດມາໃຫ້ຂ້າພະເຈົ້າສາ!” ເວລານັ້ນ, ຍັງບໍ່ຮູ້ສາເຫດທີ່ພາໃຫ້ເກີດມີພະຍາດຊາສເທື່ອ, ສະນັ້ນ ການປິ່ນປົວຄົນເຈັບທີ່ມີອາການໜັກສາຫັດນີ້ ຈຶ່ງຜະເຊີນກັບຄວາມສ່ຽງສູງທີ່ຈະຕິດເຊື້ອພະຍາດ. ເພື່ອຊ່ວຍກອບກູ້ຊີວິດຄົນເຈັບໂດຍດ່ວນ, ທ່ານ ຈົ່ງນານຊ່ານ ເຄີຍໄດ້ເຮັດວຽກຕິດຕໍ່ກັນເຖິງ 38 ຊົ່ວໂມງໂດຍບໍ່ໄດ້ຫລັບນອນພັກຜ່ອນ, ໝູ່ຮ່ວມງານລ້ວນແຕ່ເວົ້າວ່າເພິ່ນເປັນນັກສູ້ກັບພະຍາດຢ່າງເອົາເປັນເອົາຕາຍ! ແຕ່ເພິ່ນພັດເຫັນວ່າ: “ເພື່ອສຸຂະພາບຮ່າງກາຍ ແລະ ເຮັດໃຫ້ຊີວິດຂອງປະຊາຊົນປອດໄພ, ພວກເຮົາຍອມເສຍສະຫຼະທຸກສິ່ງທຸກຢ່າງ. ນີ້ກໍແມ່ນ ການເຄົາລົບນັບຖື ຢຳເກງ ແລະ ເປັນການປົກປ້ອງຊີວິດຂອງປະຊາຊົນ ກໍຄືມວນມະນຸດຂອງພັກກອມມູນິດຈີນ.”
ໃນເດືອນມັງກອນປີ 2020, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງກະທັນຫັນ, ທ່ານຈົ່ງນານຊ່ານ ໄດ້ຮັບໜ້າທີ່ໂດຍດ່ວນ ໃຫ້ເປັນຫົວໜ້າໜ່ວຍງານຊ່ຽວຊານຊັ້ນສູງຂອງຄະນະກຳມະການສາທາລະນະສຸກແລະສຸຂະພາບແຫ່ງຊາດຈີນ, ປີນັ້ນ ເພິ່ນມີອາຍຸຫລາຍເຖິງ 84 ປີແລ້ວ, ແຕ່ເພິ່ນກໍ່ຍັງໄດ້ບຸກໄປຮອດແນວໜ້າສຸດຂອງສະໜາມຮົບປ້ອງກັນພະຍາດອີກຄັ້ງ. ຫຼັງຈາກແນະນຳໃຫ້ໝົດທຸກຄົນຕ້ອງປົກປ້ອງຕົນເອງໃຫ້ດີ ແລະ ກັກບໍລິເວນຕົນເອງຢູ່ເຮືອນ, ແຕ່ເພິ່ນເອງຈຳເປັນຕ້ອງໄດ້ຂີ່ລົດໄຟເດີນທາງໄປນະຄອນອູຮັ້ນ ໃນເວລາທີ່ພະຍາດລະບາດຄືໃນວັນທີ 18 ເດືອນມັງກອນ. ຕອນທີ່ນັ່ງຢູ່ໃນລົດໄຟ ເພິ່ນຍັງຕັ້ງໜ້າຄົ້ນຄວ້າກ່ຽວກັບສະພາບພະຍາດໂຄວິດ-19 ແບບບໍ່ຍອມພັກຜ່ອນ, ຈົນຮ່າງກາຍເມື່ອຍໂພດ ແລະນອນເທີ້ງຂາຕັ່ງ, ມີຄົນຖ່າຍຮູບໃບນີ້ໂພສລົງອິນເຕີເນັດ ເຊິ່ງເຮັດໃຫ້ປະຊາຊົນທົ່ວປະເທດທີ່ເຫັນພາບແຜ່ນນີ້ແລ້ວຊາບຊຶ້ງໃຈທີ່ສຸດ. ເມື່ອຜ່ານຄວາມພະຍາຍາມຄົ້ນຄວ້າຫຼາຍທີ່ສຸດ, ໂດຍແນໃສ່ຈຸດພິເສດຂອງອາການພະຍາດ, ເພິ່ນໄດ້ສະເໜີວິທີປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຄື: ປ້ອງກັນໂດຍໄວ, ພົບເຫັນໂດຍໄວ, ບົ່ງມະຕິໂດຍໄວ,ແລະກັກບໍລິເວນໂດຍໄວ.
ວັນທີ 2 ມີນາປີ 2020, ຢູ່ນະຄອນກວາງໂຈ່ວ ແລະ ນະຄອນອູຮັ້ນໄດ້ຈັດພິທີສາບານຕົວເຂົ້າເປັນສະມາຊິກພັກກອມມູນິດຈີນໃຫ້ແກ່ຜູ້ທີ່ຍຶດໝັ້ນ ແລະ ບຸກບືນສູ້ຊົນຢູ່ແນວໜ້າເພື່ອຕ້ານກັບພະຍາດໂຄວິດ-19. ທ່ານຈົ່ງນານຊ່ານເປັນຜູ້ນຳພາສະມາຊິກໃໝ່ຂຶ້ນສາບານຕົວ, ໂດຍຫັນໜ້າສູ່ທຸງພັກ ເພິ່ນເວົ້າວ່າ: “ດຽວນີ້ແມ່ນຍາມທີ່ຕ້ອງການສະມາຊິກພັກຢືນຢູ່ແນວໜ້າ. ໃນໄລຍະພິເສດເພື່ອຕ້ານກັບພະຍາດໂຄວິດ-19, ຕ້ອງການສະມາຊິກພັກບຸກບືນຢູ່ແນວໜ້າຫຼາຍທີ່ສຸດ ເພື່ອນຳພາຄົນທັງຫຼາຍຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ.” ເພິ່ນບໍ່ພຽງແຕ່ເວົ້າແນວນີ້ເທົ່ານັ້ນ ເພິ່ນເອງກໍໄດ້ປະຕິບັດຕາມຄວາມຮຽກຮ້ອງດັ່ງກ່າວເຊັ່ນກັນຕະຫຼອດມາ.
ທ່ານຈົ່ງນານຊ່ານເຄີຍກ່າວວ່າ: “ຊີວິດຢູ່ເໜືອກວ່າທຸກສິ່ງຢ່າງ” ເປັນແນວຄວາມຄິດສຳຄັນຂອງຈີນໃນການຕ້ານກັບພະຍາດໂຄວິດ-19. ເມື່ອຜະເຊີນໜ້າກັບເຊື້ອໄວຣັສ ແລະ ຜູ້ເປັນພະຍາດ, ຈີນເດັດຂາດຈະບໍ່ປ່ອຍປະ, ຈະບໍ່ຖີ້ມໃຜແມ່ນແຕ່ຜູ້ດຽວ ແລະ ບໍ່ທໍ້ຖອຍ. ແພດໝໍຂອງຈີນບໍ່ມີໃຜລາອອກຈາກໜ້າວຽກ, ບໍ່ມີໃຜຂີ້ຄ້ານແອວຍາວ, ແຮ່ງບໍ່ມີປາກົດການນັດຢຸດງານຍ້ອນເງິນເດືອນບໍ່ພຽງພໍເໝືອນດັ່ງຢູ່ບາງປະເທດ. ທ່ານເວົ້າວ່າ, ໃນໄລຍະຕ້ານພະຍາດ ມີຮູບໃບໜຶ່ງເຮັດໃຫ້ເພິ່ນຕື້ນຕັນໃຈຫຼາຍ: ນັ້ນແມ່ນຮູບຖ່າຍລວມໝູ່ຂອງບັນດາແພດໝໍໜຸ່ມເພດຍິງ 10 ຄົນທີ່ພາກັນສະໝັກໃຈຕັດຜົມສັ້ນເພື່ອໄປເຂົ້າຮ່ວມວຽກງານຕ້ານກັບພະຍາດຢູ່ແນວໜ້າ. ເພິ່ນເວົ້າວ່າ: ຮູບໃບນີ້ເຮັດໃຫ້ຂ້າພະເຈົ້າຕື້ນຕັນໃຈທີ່ສຸດ, ຂ້າພະເຈົ້າໄດ້ເກັບຮັກສາມັນໄວ້ດີທີ່ສຸດ. ນີ້ເປັນການໂອ້ອວດບໍ່? ບໍ່ແມ່ນດອກ! ນ້ຳໃຈອຸທິດຕົນແບບນີ້ຂອງແພດໝໍຈີນ, ຢູ່ປະເທດອື່ນຈະບໍ່ຄ່ອຍພົບເຫັນ.
ທ່ານຈົ່ງນານຊ່ານເວົ້າວ່າ, “ວິທະຍາສາດເຕັກນິກເປັນອາວຸດທີ່ເຂັ້ມແຂງສຸດເພື່ອເອົາຊະນະພະຍາດໂຄວິດ-19. ເຖິງວ່າຢູ່ໃນປະເທດຈີນ, ດຽວນີ້ປອດໄພຫຼາຍແລ້ວ. ແຕ່ຖ້າຫາກວ່າພະຍາດຍັງສືບຕໍ່ແຜ່ລະບາດຢູ່ທົ່ວໂລກຕໍ່ໄປອີກ, ໂລກພວກເຮົາກໍບໍ່ສາມາດປອດໄພໄດ້, ພວກເຮົາກໍບໍ່ສາມາດສະບາຍໃຈໄດ້.” ທ່ານສະເໜີທັດສະນະທີ່ວ່າ “ຮ່ວມຊາຕາກຳ”, ໂດຍຮຽກຮ້ອງໃຫ້ດຳເນີນການຮ່ວມມືຢ່າງຈິງໃຈລະຫວ່າງບັນດາປະເທດໃນດ້ານຄົ້ນຄວ້າ ແລະ ຜະລິດວັກຊີນ.
“ມີແຕ່ທົ່ວໂລກປອດໄພແລ້ວ,ບັນດາປະເທດຈຶ່ງຈະສາມາດພັດທະນາໄດ້ຢ່າງໝັ້ນທ່ຽງ.”
ໃນກອງປະຊຸມໃຫຍ່ຂອງສະພາມົນຕີວິທະຍາສາດອາຊີຄັ້ງທີ 20 ທີ່ຈັດຂຶ້ນໃນຫວ່າງກ່ອນນີ້ບໍ່ດົນ, ທ່ານຈົ່ງນານຊ່ານ ໄດ້ປະກອບຄວາມເຫັນໂດຍປິ່ນອ້ອມແນວຄວາມຄິດ “ສ້າງພູມຕ້ານທານລວມໝູ່” ໂດຍເຫັນວ່າ: ການສ້າງພູມຕ້ານທານໃນຮູບແບບທຳມະຊາດນັ້ນ ມັນບໍ່ຕິດແທດກັບຄວາມຈິງ, ບໍ່ແມ່ນຫຼັກວິທະຍາສາດ ທັງບໍ່ມີມະນຸດສະທຳ. ວັກຊີນທີ່ຄົ້ນຄວ້າຜະລິດອອກມາໃນປັດຈຸບັນ ມີປະສິດທິຜົນຫຼາຍໃນການປ້ອງກັນບໍ່ໃຫ້ຄົນເສຍຊີວິດໃນເວລານອນໂຮງໝໍແລະມີອາການໜັກຂຶ້ນຫຼັງການຕິດພະຍາດ. ຖ້າຢາກບັນລຸເປົ້າໝາຍສ້າງພູມຕ້ານທານໃຫ້ກັບຄົນທັງຫຼາຍ ກໍຕ້ອງສັກວັກຊີນຢ່າງຂະໜາດໃຫຍ່, ສິ່ງນີ້ກໍຕ້ອງການທົ່ວໂລກປະສານສົມທົບກັນ ແລະ ຮ່ວມມືກັນເປັນເວລາສອງສາມປີ.
ຫວ່າງມໍ່ໆມານີ້, ທ່ານຈົ່ງນານຊ່ານ ໄດ້ໂພສວິດີໂອທີ່ຕົນເອງສັກວັກຊີນນັ້ນລົງອິນເຕິເນັດ,ເພື່ອລະດົມໃຫ້ປະຊາຊົນຕື່ນຕົວໄປສັກວັກຊີນຢ່າງຕັ້ງໜ້າ, ພະຍາຍາມຊຸກຍູ້ໃຫ້ອັດຕາການສັກວັກຊີນຂອງຈີນບັນລຸເຖິງ 70-80% ໂດຍໄວເທົ່າທີ່ຈະໄວໄດ້.
“ກ່ອນທີ່ທຸກໆປະເທດຈະມີຄວາມປອດໄພ, ຈະບໍ່ມີປະເທດໃດໜຶ່ງສາມາດເຮັດໃຫ້ຕົນເອງປອດໄພໄດ້ແຕ່ຝ່າຍດຽວ.”