ກ້າວເຂົ້າສູ່ນະຄອນຢູ້ຊີ|ໜອງຊິງຢຸນ ເຂດຈ່ຽງຊວນ: ປົກປັກຮັກສາຢຸນນານ ອະນຸລັກປາທ້ອງຖິ່ນ

2021-05-27 17:11:33 |ມາຈາກ:

ໄລຍະມໍ່ໆມານີ້, ຢູ່ໃນສະຖານີປາພັນແທ້ປາໄນຫົວໃຫຍ່ (Cyprinus pellegrini) ເຂດຈ່ຽງຊວນ(Jiangchuan Area)ທີ່ຕັ້ງຢູ່ຝັ່ງຕາເວັນອອກຂອງໜອງຊິງຢຸນ(Xingyun Lake,ມີເນື້ອທີ່34,71ຕາລາງກິໂລແມັດ) ນະຄອນຢູ້ຊີ(Yuxi City), ທ່ານ ຈ່າງສືຊຸນ(Zhang Sichun) ຫົວໜ້າສະຖານີລ້ຽງສັດ ແລະ ຜະລິດຕະພັນນໍ້າຂອງເຂດຈ່ຽງຊວນ ແລະ ທີມງານຂອງເພິ່ນ ກໍາລັງຂຸ້ນຂ້ຽວກັບການເພາະພັນປາໃນຫົວໃຫຍ່.

ປາໄນຫົວໃຫຍ່ ເປັນປະເພດປາທ້ອງຖິ່ນຂອງໜອງຊິງຢຸນ ເຂດຈ່ຽງຊວນ, ແຕ່ໃດໆມາແລ້ວ, ຢູ່ໃນສິ່ງປະມົງທີ່ໄດ້ຈາກໜອງຊິງຢຸນ, ປາໄນຫົວໃຫຍ່ແມ່ນກວມເອົາ 50%, ອີກປະເພດປາທ້ອງຖິ່ນໜຶ່ງ ກໍຄື ປາໄນຂາວ(Anabarilius andersoni) ແມ່ນກວມເອົາ 20%. ໂດຍຄ່ຽງຄູ່ກັບການປ່ຽນແປງຂອງສະພາບແວດລ້ອມການດໍາລົງຊີວິດ, ຫຼັງຈາກຊຸມປີ 80 ຂອງສະຕະວັດທີ 20, ປະເພດປາທ້ອງຖິ່ນໃນໜອງຊິງຢຸນ ໄດ້ຖືກຈັດເຂົ້າໃນລາຍຊື່ປະເພດໃກ້ສູນພັນ.

ເຂດຈ່ຽງຊວນ ສ້າງຕັ້ງຖານອະນຸລັກເພາະພັນ, ໃນປີ 2000ໄດ້ເກັບເອົາປາໄນຫົວໃຫຍ່ 325 ໂຕຈາກແຕ່ລະແຫ່ງ ເພື່ອດໍາເນີນການຄົ້ນຄວ້າທົດລອງເພາະພັນລ້ຽງດູປະເພດປາທ້ອງຖິ່ນດ້ວຍແຮງງານມະນຸດ; ປີ 2004, ໄດ້ເຮັດຕຸ້ມຈັບປາໄນຂາວ, ເກັບຊື້ນໍາຊາວປະມົງ, ຫາທຸກວິທີທາງເພື່ອເກັບພັນແທ້ຂອງປາໄນຂາວ ເພື່ອດໍາເນີນການເພາະພັນລ້ຽງດູດ້ວຍແຮງງານມະນຸດ. “ພວກເຮົາໄດ້ສະເໜີວ່າຕ້ອງລ້ຽງດູປາໃນຂາວດ້ວຍແຮງງານມະນຸດ, ສໍາລັບຊາວປະມົງໃນທ້ອງຖິ່ນແລ້ວ ຄວາມຄິດອັນນີ້ເປັນຄໍາເວົ້າທີ່ຕະຫຼົກຫຼາຍ.” ທ່ານ ຈ່າງສືຊຸນ ເວົ້າ. ແຕ່ວ່າ, ເຖິງຈະຍາກປານໃດກໍຕ້ອງລອງເບິ່ງ. ປັດຈຸບັນນີ້, ຢູ່ໃນສະຖານີທົດລອງການຟື້ນຟູພັນປາໄນຂາວ ເຂດຈ່ຽງຊວນ ທີ່ຕັ້ງຢູ່ຝັ່ງໜອງຊິງຢຸນ, ທ່ານ ຈ່າງສືຊຸນ ສາມາດຮັກສາສາຍພັນສືບທອດໄວ້ໃຫ້ກັບປາ 6 ຊະນິດ ເຊັ່ນ: ປາໄນຂາວ, ປາໄນຢຸນນານ(Spinibarbus denticulatus yunnanensis), ປາໄນສີ່ໜວດຝູຊຽນ(Barbodes fuxianhuensis), ປາໄນຊິລູ(Cyprinus carpio), ປາໄນຮົວລູ(Percocypris pingi regani), ປາໄນສາຍຄໍາຝູຊຽນ(Sinocyclocheilus grahami tingi).