ເມືອງເອີຊານ ກຳລັງພະຍາຍາມພັດທະນາຕົນເອງໃຫ້ກາຍເປັນເມືອງອຸດສາຫະກຳທີ່ເຂັ້ມແຂງຂອງແຂວງຢຸນນານ

2021-05-27 17:29:33 |ມາຈາກ:

ຊຸມປີມໍ່ໆມານີ້, ເມືອງປົກຄອງຕົນເອງຊົນເຜົ່າຢີເອີຊານ ນະຄອນຢີ້ຊີ ອາໄສທ່າແຮງດ້ານຊັບພະຍາກອນ, ຊຸກຍູ້ເປີດການກໍ່ສ້າງໂຄງການສຳຄັນ, ສຸມກຳລັງແຮງພັດທະນາອຸດສາຫະກຳຕ່າງໆ ເຊັ່ນ ລະບົບຂຸດຄົ້ນບໍ່ແຮ່ວິທີໃໝ່, ວັດຖຸກໍ່ສ້າງແບບໃໝ່, ຜະລິດອຸປະກອນທັນສະໄໝ, ຊັບພະຍາກອນດ້ານຊີວະພາບທີ່ມີລັກສະນະພິເສດ ແລະ ອຸດສາຫະກຳການປຸງແຕ່ງອາຫານ. ອຸດສາຫະກຳກາຍເປັນຂໍ້ສຳຄັນຂອງເມືອງເອີຊານ ໃນການຊຸກຍູ້ການກໍ່ສ້າງລະບົບອຸດສາຫະກຳທັນສະໄໝ ແລະ ການພັດທະນາເສດຖະກິດເຂດເມືອງໃຫ້ມີຄຸນນະພາບສູງ.

ປີນິ້, ເມືອງເອີຊານ ຈັດຕັ້ງຂະແໜງການດັ້ງເດີມສາມຂະແໜງເປັນພື້ນຖານ ຄື ຍົກລະດັບລະບົບຂຸດຄົ້ນບໍ່ແຮ່ແບບໃໝ່, ວັດຖຸກໍ່ສ້າງແບບໃໝ່ ແລະ ກະສິກຳທັນສະໄໝທີ່ມີເອກະລັກພິເສດຂອງພູພຽງ, ເລັ່ງລັດການພັດທະນາການຜະລິດອຸປະກອນທັນສະໄໝ ,ດ້ານຊັບພະຍາກອນຊີວະພາບ ແລະ ປຸງແຕ່ງອາຫານ ທີ່ເປັນສອງຂະແໜງການທີ່ມີທ່າແຮງສຳຄັນ, ອົບຮົມແຜນການພັດທະນາຂອງຂະແໜງການທັນສະໄໝ ຄື ການຂົນສົ່ງ, ເສດຖະກິດດິຈິຕອນ, ການທ່ອງທ່ຽວແບບວັດທະນະທຳ ແລະ ຂະແໜງການສຸຂະພາບ.

ໃນອະນາຄົດຫ້າປີ, ເມືອງເອີຊານ ໄດ້ສະເໜີອອກແຮງຮັບປະກັນການເພີ່ມຂຶ້ນສະເລ່ຍຕໍ່ປີ ຂອງມູນຄ່າເພີ່ມຂອງອຸດສາຫະກຳທົ່ວເມືອງໃຫ້ກາຍ 25% ຂຶ້ນໄປ, ເມືອງເອີຊານ ຈະສ້າງຕ່ອງໂສ້ອຸດສາຫະກຳບໍ່ແຮ່ແບບໃໝ່, ພັດທະນາການຜະລິດອຸປະກອນທັນສະໄໝ ວັດຖຸກໍ່ສ້າງແບບໃໝ່ ຊັບພະຍາກອນຊີວະພາບທີ່ມີລັກສະນະພິເສດ ແລະ ອື່ນໆ, ສືບຕໍໍ່ພັດທະນາຂະແໜງການປຸງແຕ່ງອາຫານ, ເພື່ອໃຫ້ເສດຖະກິດຂອງເມືອງເອີຊານນັບມື້ນັບດີຂຶ້ນກວ່າເກົ່າ.

ມາຈາກ:ໜັງສືພິມລາຍວັນ

ນັກຂ່າວ:ຕັງຊຽວເພີ