ຫຼັງຈາກການປັບປຸງ ຊຸມຊົນນ້ອຍຢວນຕິງກາຍເປັນບ້ານທີ່ສວຍງາມຂອງຜູ້ຢູ່ອາໄສ

2021-05-27 17:33:24 |ມາຈາກ:

ເມື່ອກ້າວເຂົ້າມາໃນຊຸມຊົນນ້ອຍຢວນຕິງ ຊຸມຊົນເປີຍຢ້ວນ ຖະໜົນຢີ້ຊິນ ເຂດຫົງຖ້າ ນະຄອນຢີ້ຊີ. ຢູ່ທີ່ນີ້ມີທາງສຳລັບພາຫະນະທີ່ເປັນລົດ ແລະ ທາງສຳລັບພາຫະນະທີ່ບໍ່ແມ່ນລົດໂດຍພິເສດ. ຢູ່ໃນຊຸມຊົນມີຫ້ອງຍາມ, ບ່ອນເອົາເຄື່ອງໄປສະນີ, ຕັ່ງພັກຜ່ອນ ແລະ ອື່ນໆ, ອຸປະກອນຕ່າງໆຕັ້ງຢູ່ຢ່າງຄົບຊຸດ. ຄິດບໍ່ເຖິງເລີຍວ່ານິີ້ແມ່ນຊຸມຊົນທີ່ສ້າງຂຶ້ນໃນປີ 1990.

ໃນເມື່ອກ່ອນ ຊຸມຊົນນ້ອຍຢວນຕິງ, ມີບັນຫາຕ່າງໆ ເຊັ່ນພື້ນຖານໂຄງລ່າງຫຼ້າຫຼັງ, ອຸປະກອນບໍ່ຄົບຊຸດ, ຂາດແຄນການຄຸ້ມຄອງບໍລິຫານ. ເພື່ອໃຫ້ຊຸມຊົນແຫ່ງນີ້ກາຍເປັນເຮືອນຊານບ້ານຊ່ອງທີ່ສວຍງາມແລະ ສະຫງົບສຸກຂອງຄົນໃນຊຸມຊົນ ບັນດາພະນັກງານຂອງຊຸມຊົນທີ່ເຄີຍໄປຮຽນຮູ້ເອົາປະສົບການທີ່ນະຄອນຊຽງໄຮ ແລະ ເມືອງອື່ນໆ, ໄດ້ປະສົມປະສານກັບສະພາບການຕົວຈິງຂອງຊຸມຊົນ, ດຳເນີນວຽກງານການປະດິດສ້າງໃໝ່ຢ່າງເປັນລະບົບ. ຜ່ານການປັບປຸງ, ເຮັດໃຫ້ສະຖານທີ່ແຫ່ງນີ້ໄດ້ປ່ຽນເປັນໂສມໜ້າໃໝ່ໃນປັດຈຸບັນ.

Phommouny phetsamone ຜູ້ສື່ຂ່າວຂອງສຳນັກຂ່າວປະເທດລາວ ຫຼັງຈາກເຂົ້າມາຊົມເຂດຊຸມຊົນນີ້, ສຳຜັດກົນໄກການຄຸ້ມຄອງ-ບໍລິການຂອງຊຸມຊົນທີ່ມີປະສິດທິພາບ, ອຸປະກອນອຳນວຍຄວາມສະດວກແກ່ການດຳລົງຊີວິດຄົບຊຸດ, ຄົນໃນຊຸມຊົນມີກິດຈະກຳເພື່ອຄວາມບັນເທີງທີ່ອຸດົມສົມບູນ. ນາງຄິດວ່າ, ນີ້ກໍເປັນ “ປະສົບການຂອງຈີນ” ທີ່ຍົກລະດັບຄວາມຜາສຸກດ້ານຊີວິດການເປັນຢູ່ຂອງປະຊາຊົນ.

 

ກຂ່າວ ໜັງສືພິມປະຊາຊົນຂອງປະເທດຫວຽດນາມ ໄດ້ເຫັນຄົນເຖົ້າຄົນແກ່ທີ່ຢູ່ທີ່ນີ້ໃຊ້ຊີວິດຢ່າງມີຄວາມສຸກຫຼາຍ ຮູ້ສຶກອິດສາແທ້ ແລະ ເວົ້າຢອກວ່າ: “ຂ້ອຍກໍ່ຢາກດຳລົງຊີວິດຢູ່ທີ່ຊຸມຊົນແຫ່ງນີ້ເມື່ອຍາມເຖົ້າແກ່.”

 

ນັກຂ່າວ ໜັງສືພິມປະຊາຊົນຂອງປະເທດຫວຽດນາມ ໄດ້ເຫັນຄົນເຖົ້າຄົນແກ່ທີ່ຢູ່ທີ່ນີ້ໃຊ້ຊີວິດຢ່າງມີຄວາມສຸກຫຼາຍ ຮູ້ສຶກອິດສາແທ້ ແລະ ເວົ້າຢອກວ່າ: “ຂ້ອຍກໍ່ຢາກດຳລົງຊີວິດຢູ່ທີ່ຊຸມຊົນແຫ່ງນີ້ເມື່ອຍາມເຖົ້າແກ່.”

ມາຈາກ: ໜັງສືພິມລາຍວັນ

ນັກຂ່າວ: ຈ່ຽງຢິງລິງ ຫຼິວຈືຢີ