ເປັນຫຍັງຊຸມຊົນຕ້າຢິງເຈຍຈຶ່ງເປັນ “ບ້ານອັນດັບທີໜຶ່ງ” ຂອງແຂວງຢຸນນານ

2021-05-27 17:37:50 |ມາຈາກ:

ຊຸມຊົນຕ້າຢິງເຈຍ ຕັ້ງຢູ່ເຂດຫົງຖ້ານະຄອນຢີ້ຊີ,ມີນາມມະຍົດເປັນ “ບ້ານອັນດັບທີໜຶ່ງຂອງແຂວງຢຸນນານ”. ຢູ່ທີ່ນີ້, ໄດ້ເຫັນພວກຜູ້ເຖົ້າກຳລັງພັກຜ່ອນ, ເລາະຫຼິ້ນ, ຟັງເພງ, ຫຼິ້ນໄພ້, ພັກຜ່ອນຕາກລົມເຢັນ, ລົມກັນ……ຊີວິດການເປັນຢູ່ສະບາຍຫຼາຍ.

ເສີນມູ້ຢຸນ ສື່ມວນຊົນຂອງປະເທດໄທ, ໃນເວລາທີ່ເຫັນເຮືອນຂອງຊາວບ້ານ ມີການຕົບແຕ່ງດີ ຫ້ອງສະອາດ, ກໍຖາມວ່າ: “ເຮືອນນີ້ເປັນເຮືອນຂອງຊາວບ້ານແທ້ບໍ່?”

ປັດຈຸບັນ ຊີວິດການເປັນຢູ່ຂອງຊາວບ້ານມີຄວາມສຸກຫຼາຍ,ນັບແຕ່ປີ 1980 ເປັນຕົ້ນມາຊາວບ້ານໄດ້ຍາດແຍ່ງເອົາໂອກາດໃນການປະດິດສ້າງໃໝ່, ແລະ ໄດ້ຮັບຜົນສຳເລັດການພັດທະນາຢ່າງຕັ້ງໜ້າ. ປີ 1992, ລາຍຮັບດ້ານເສດຖະກິດຂອງທົ່ວບ້ານມີເຖິງ0,1ຕື້ຢວນ, ເປັນບ້ານທຳອິດຂອງນະຄອນຢີ້ຊີທີ່ມີລາຍຮັບເຖິງ 0,1 ຕື້ຢວນ. ຊຸມຊົນຕ້າຢິງເຈຍ ຍັງມີການປັບປຸງເຮືອນຂອງປະຊາຊົນໃນປີ 1985 ແລະ ປີ 2012, ເນື້ອທີ່ການດຳລົງຊີວິດຕໍ່ຫົວຄົນໃນແຕ່ກ່ອນບໍ່ຮອດ 8 ຕາແມັດ, ມາຮອດປັດຈຸບັນໄດ້ເພີ່ມຂຶ້ນເຖິງ 80 ຕາແມັດ. ປັດຈຸບັນຢູ່ຕ້າຢິງເຈຍ ຄົນເຖົ້າທີ່ເຂົ້າບຳນານເມື່ອອາຍຸ 54 ປີ, ທຸກເດືອນ ຈະໄດ້ເງິນບຳນານ 363​ ຫາ 990 ຢວນ, ຄົນເຖົ້າ ອາຍຸ 94 ປີ ແລະ 99 ປີ, ສາມາດໄດ້ຮັບເງິນອາຍຸຍືນ 50​​​​​ ພັນຢວນ ແລະ 1 ແສນ ຢວນໃນເທື່ອດຽວອີກດ້ວຍ.

ນັກຂ່າວ ໜັງສືພິມປະຊາຊົນຂອງຫວຽດນາມ, ເມື່ອໄດ້ຮູ້ສະພາບການຕ່າງໆຂອງຊຸມຊົນຕ້າຢິງເຈຍ, ເພິ່ນເວົ້າວ່າ: “ສະພາບແວດລ້ອມຂອງຊຸມຊົນຄືຣິສອດ. ຊາວບ້ານຈາກທີ່ພັກຢູ່ເຮືອນດິນ ຮອດປັດຈຸບັນພັກໃນຕຶກນ້ອຍ, ຍ້ອນການສູ້ຊົນຂອງປະຊາຊົນທ້ອງຖິ່ນ, ຈຶ່ງມີຄວາມຜາສຸກຂອງຊາວບ້ານໃນມື້ນີ້.

Asghar Muhammad ນັກຂ່າວສຳນັກຂ່າວສື່ສານປາກິສະຖານ, ເວົ້າວ່າ: “ມື້ນີ້ເມື່ອເຂົ້າມາຊົມຊຸມຊົນຕ້າຢິງເຈຍ, ກໍໄດ້ມີຄວາມຮັບຮູ້ໃໝ່ຕໍ່ “ຊົນນະບົດຂອງຈີນ”, ຊາວບ້ານຢູ່ນີ້ຢູ່ເຢັນເປັນສຸກ, ສະພາບແວດລ້ອມດ້ານນິເວດກໍ່ສວຍງາມ, ນີ້ກໍ່ແມ່ນໃບໜ້າການພັດທະນາຊົນນະບົດທີ່ຮຸ່ງເຮືອງຂອງຈີນ.

ປັດຈຸບັນນີ້, ຊຸມຊົນຕ້າຢິງເຈຍອີງໃສ່ພື້ນຖານໃນການພັດທະນາອຸດສາຫະກຳ, ອາໄສຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ວັດທະນະທຳດັ້ງເດີມທີ່ມີເອກະລັກພິເສດ ແລະ ທ່າແຮງດ້ານທີ່ຕັ້ງພູມສັນຖານ, ວາງແຜນກໍ່ສ້າງຕາແສງນ້ອຍໃຫ້ມີເອກະລັກພິເສດດ້ານບໍ່ນ້ຳຮ້ອນ ລະດັບໜຶ່ງຂອງຢຸນນານ ແລະ ສະຖານທີ່ທ່ອງທ່ຽວເພື່ອຮັກສາສຸຂະພາບທີ່ມີວັດທະນະທຳດ້ານບໍ່ນ້ຳຮ້ອນລະດັບຊາດ, ເສີມຂະຫຍາຍການທ່ອງທ່ຽວແບບຮັກສາສຸຂະພາບດ້ານນິເວດ. ເຊື່ອໝັ້ນວ່າຫຼັງຈາກສຳເລັດໂຄງການກໍ່ສ້າງ, ອະນາຄົດຂອງຊຸມຊົນຕ້າຢິງເຈຍຈະສົດໃສກວ່າເກົ່າ.

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫຼີິ້ຈ່າ ຫວັງຫວນ ຫຼິວຈືຢີ