​ຈີນ​​ມີ​ທ່າ​ທີ​ຮັບ​ຜິດ​ຊອບ​ຕໍ່​ກັບ​ວຽກ​ງານສຳຫຼວດ​ແຫຼ່ງ​ກຳ​ເນີດ​ຕະຫຼອດ​ມາ

2021-05-27 17:50:12 |ມາຈາກ:

ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ກ່າວ​ໃນ​ກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ພຶດ​ສະ​ພານີ້​ວ່າ: ບາງ​ຄົນຢູ່​ອາ​ເມ​ຣິ​ກາ ໄດ້​ສຸມ​ຫົວ​ຄິດ​ເພື່ອ​ປ່າວ​ຂ່າວ​ທີ່​ມີ​ກົນ​ອຸ​ບາຍ​ແລະ​ຂ່າວ​ປອມ ເຊັ່ນ: ໄວ​ຣັດ​ໂຄວິດ-19 ແມ່ນ​ຮົ່ວ​ອອກ​ມາ​ຈາກ​ຫ້ອງ​ທົດ​ລອງ​ຂອງ​ຈີນເປັນ​ຕົ້ນ, ນີ້​ເປັນ​ການ​ບໍ່​ເຄົາ​ລົບ​ຕໍ່​ຈິດ​ໃຈ​ວິ​ທະ​ຍາ​ສາດ ແລະ ຜົນ​ການ​ຄົ້ນ​ຄວ້າ​ຂອງ​ຄະ​ນະ​ຜູ້​ຊ່ຽວ​ຊານ​ອົງ​ການ​ອະ​ນາ​ໄມ​ໂລກ​ທີ່​ສຸດ, ຍິ່ງ​ເປັນ​ການ​ດູຖູກ ແລະ ​ທຳ​ລາຍ​​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ພະ​ຍາ​ຍາມຂອງ​ໂລກໃນ​ການ​ຕໍ່​ຕ້ານ​ພະ​ຍາດ​​ນຳ​ອີກ.

ທ່ານ ຈ້າວ​ລີ້​ຈ່ຽນ ຊີ້​ໃຫ້​ເຫັນ​ວ່າ: ການ​ສຳຫຼວດແຫຼ່ງ​ກຳ​ເນີດ​ຂອງ​ໄວ​ຣັດ​ໂຄວິດ-19 ແມ່ນ​ບັນ​ຫາ​ວິ​ທະ​ຍາ​ສາດ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ຄວາມ​ຮັບ​ຮູ້​ຂອງມວນ​ມະ​ນຸດ​ຕໍ່​ໄວ​ຣັດ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​​ມີພະ​ຍາດ​ຕິດ​ແປດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ​ນັ້ນ​ໃຫ້​ໄດ້​ດີກວ່າ​ເກົ່າ. ນັບ​ແຕ່​ເກີດ​​ມີພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ຈີນ​ໄດ້​ນຳ​ໜ້າ​ໝູ່​ສະ​ໜັບ​ສະ​ໜູນ​ອົງ​ການ​ອະ​ນາ​ໄມ​ໂລກ​ເພື່ອ​ດຳ​ເນີນ​ວຽກ​ງານ​ສຳຫຼວດແຫຼ່ງ​ກຳ​ເນີດ​ໃນ​ທົ່ວ​ໂລກ.

ທ່ານ ຈ້າວ​ລີ້​ຈ່ຽນ ຍັງ​ກ່າວ​ເນັ້ນ​ໜັກ​ວ່າ: ບາງ​ຄົນ​​ຢູ່ອາ​ເມ​ຣິ​ກາ​ໄດ້​​ເວົ້າ​ແຕ່​ປາກວ່າ ນີ້​ກໍ​ເພື່ອຢາກ​ຊອກ​ຫາ​ສະ​ພາບ​ຄວາມ​ເປັນ​ຈິງ, ແຕ່​ໃນ​ໃຈ ພັດ​ແມ່ນ​ການຫຼິ້ນ​ກົນ​ອຸ​ບາຍ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ. ​ຍາມໃດ​ທີ່​ກ່າວ​ເຖິງ​ສະ​ພາບ​ພະ​ຍາດ ກໍ​ຕ້ອງ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ປະ​ເທດ​ຈີນ​ໃນ​​ຍາມນັ້ນ ໂດຍ​ບໍ່​ສົນ​ໃ​ຈ​ວ່າ ປະ​ເທດ​ຕົນ​ຍັງ​ມີຫຼາຍ​ດ້ານ​ທີ່​ໜ້າ​ສົງ​ໄສ​ໃນ​ການ​ສຳຫຼວດ​ແຫຼ່ງ​ກຳ​ເນີດ ທັງ​ບໍ່​ສົນ​ໃຈ​ນຳ​ຄວາມ​ຫຼົ້ມ​ເຫຼວ​ໃນ​ການ​ຕ້ານ​ກັບ​ພະ​ຍາດ ເຊິ່ງ​ເປັນ​ສະ​ພາບ​ຄວາມ​ເປັນ​ຈິງ​ທີ່​ໜ້າ​ເຈັບ​ແສບຂອງ​ປະ​ເທດ​​ອາ​ເມ​ຣິ​ກາ. ຫາກ​ອາ​ເມ​ຣິ​ກາ​ຢາກ​ເຮັດ​ການ​ສຳຫຼວດ​ຢ່າງ​ໂປ່ງ​ໃສ​ແທ້ໆ ກໍ​ຄວນ​ເຮັດ​ຄື​ກັບ​ປະ​ເທດ​ຈີນ ທີ່​ເຊື້ອ​ເຊີນ​ຜູ້​ຊ່ຽວ​ຊານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄປ​ດຳ​ເນີນ​ການ​ສຳຫຼວດ​ຢູ່​ປະ​ເທດ​ຕົນ, ເປີດ​ປະ​ຕູ​ຖານ​ຜະ​ລິດເດີ​ຕ​ຣິກ​ຂອງກອງ​ທັບ​ ພ້ອມ​ດ້ວຍ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ຕົນ​ທີ່​ມີ​ຢູ່​ທົ່ວ​ໂລກໂດຍ​ໄວ ທັງ​ເປີດ​ເຜີຍ​ຕົວ​ເລກ​ແລະ​ຂໍ້​ມູນ​ຂ່າວ​ສານ​ທີ່​ລະ​ອຽດ​​ຈະ​ແຈ້ງກ່ຽວ​ກັບ​ຄົນ​ເຈັບ​ທີ່​ເປັນ​ພະ​ຍາດ​ລະ​ບົບ​ຫາຍ​ໃຈ​ໂດຍ​ບໍ່​ຮູ້​ສາ​ເຫດ​​ທີ່​ເລີ່ມ​ເກີດ​ຂຶ້ນ​ຢູ່​ພາກ​ເໜືອ​ຂອງ​ລັດເວີ​ຈີ​ເນຍ​ໃນ​ເດືອນ​ກໍ​ລະ​ກົດ​ປີ 2019 ນັ້ນ​ໂດຍ​ໄວ.