ໝາກມ່ວງຂອງຢວນຈຽງເລີ່ມເຂົ້າສູ່ທ້ອງຕະຫຼາດແລ້ວ

2021-05-28 15:02:37 |ມາຈາກ:

ສອງສາມມື້ທີ່ຜ່ານມາ, ໝາກມ່ວງຂອງເມືອງປົກຄອງຕົນເອງຊົນເຜົ່າໄທລື້ ຊົນເຜົ່າຢີ ຊົນເຜົ່າຮານີຢວນຈຽງເລີ່ມເຂົ້າສູ່ທ້ອງຕະຫຼາດແລ້ວ, ໄດ້ດຶງດູດບັນດາພໍ່ຄ້າທີ່ມາຈາກແຂວງກວາງຕຸ້ງ, ຊານຊີ, ເສສວນ, ຟູຈ້ຽນ, ແລະ ເມືອງຄຸນໝິງຂອງແຂວງຢຸນນານມາສັ່ງຈອງສິນຄ້າ.

ໃນວັນທີ 9 ພຶດສະພາ ໝາກມ່ວງງວດທຳອິດທີ່ເລີ່ມເຂົ້າສູ່ທ້ອງຕະຫຼາດມີປະເພດຫຼາຍເຊັ່ນ ໝາກມ່ວງ “ເຈົ້າຊູຖາຍນົງເລກ1” , ໝາກມ່ວງ “ຈິນຝົງຫວງ”, ໝາກມ່ວງ “ສາມນຽນມາງ” ແລະ ອື່ນໆ, ເຊິ່ງລາຄາທີ່ເກັບຊື້ໃນມື້ດຽວກັນແມ່ນ 5 ຫາ 6 ຢວນຕໍ່ກິໂລ, ແລະ ໝາກມ່ວງນີ້ຖືກຈຳໜ່າຍໄປເມືອງຊີອານ. ຫຼັງຈາກວັນທີ 15 ເດືອນພຶດສະພາ, ຄຽງຄູ່ກັບສະພາບອາກາດທີ່ມີອຸນຫະພູມສູງຂຶ້ນ, ໝາກມ່ວງຈຳ ນວນຫຼວງຫຼາຍໄດ້ສຸກ ແລະ ເລີ່ມເຂົ້າສູ່ທ້ອງຕະຫຼາດ. ໃນເວລານັ້ນ, ລາຄາໝາກມ່ວງທີ່ມີຄຸນນະພາບສູງຈະເພີ່ມຂຶ້ນໜຶ່ງ ຫາສອງຢວນ.

ປັດຈຸບັນ, ເນື້ອທີ່ປູກໝາກມ່ວງຢູ່ເມືອງຢວນຈຽງມີປະມານ 10667 ເຮັກຕາ, ແລະ ຜົນຜະລິດໃນປີນີ້ຄາດວ່າຈະມີ 120.000 ໂຕນ, ມູນຄ່າການຜະລິດຈະຮອດ 600 ລ້ານຢວນ. ໝາກມ່ວງຈຳນວນຫຼາຍຈະເລີ່ມເຂົ້າສູ່ທ້ອງຕະຫຼາດໃນເດືອນມິຖຸນາ ແລະ ເດືອນກໍລະກົດ. ໃນກາງເດືອນມິຖຸນາຂອງທຸກໆປີ, ເມື່ອໝາກມ່ວງຫລາຍສິບຊະນິດສຸກແລ້ວ, ທ້ອງຖິ່ນຈະຈັດງານເທດສະການທ່ອງທ່ຽວວັດທະນະທຳໝາກມ່ວງຄຳ. ຂະແໜງການໝາກໄມ້ ທີ່ມີໝາກມ່ວງເປັນໝາກໄມ້ທີ່ມີລັກສະນະພິເສດ ໄດ້ກາຍເປັນນາມບັດໜຶ່ງຂອງເມືອງຢວນຈຽງ ໃນການພັດທະນາການເຊື່ອມໂຍງກະສິກຳ ແລະ ການທ່ອງທ່ຽວ, ການສ້າງບ້ານທີ່ສວຍງາມ, ແລະ ຈະບັນລຸການເພີ່ມເຂດສີຂຽວໃນເຂດຊົນນະບົດ, ເພີ່ມປະສິດທິພາບໃນດ້ານກະສິກຳ, ແລະເພີ່ມລາຍໄດ້ຂອງຊາວກະສິກອນ.

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຢາງຊາວໂກ ຫຼີຈົງຄາຍ