ຫັດຖະກຳເຄື່ອງປັ້ນດິນເຜົາຊ່ວຍໃຫ້ຊາວບ້ານທີ່ບ້ານວານຢາວມີຊີວິດການເປັນຢູ່ທີ່ດີ

2021-05-28 15:06:30 |ມາຈາກ:

ເຄື່ອງປັ້ນດິນເຜົາຮວາໜິງ ເປັນຕົວແທນສຳຄັນຂອງການພັດທະນາຂະແໜງການມໍລະດົກວັດທະນາທຳທີ່ບໍ່ເປັນວັດຖຸຂອງບ້ານວານຢາວ ເມືອງຮວາໜິງ ນະຄອນຢີ້ຊີ ແຂວງຢຸນນານ, ສີມືການປັ້ນດິນເຜົາມີິການສືບທອດມາຫຼາຍລຸ້ນຄົນ, ແລະ ເຮັດໃຫ້ຊາວບ້ານວານຢາວມີຊິວິດການເປັນຢູ່ທີດີ. ບ້ານວານຢາວເປັນແຫລ່ງກຳເນີດຂອງເຄື່ອງປັ້ນດິນເຜົາຮວາໜິງ, ເຄື່ອງປັ້ນດິນເຜົາຮວາໜິງມີປະຫວັດສາດປະມານຫົກຮ້ອຍກວ່າປີ, ມັນມີຮູບແບບຫຼາຍຢ່າງ, ເນື້ອກ້ຽງລະອຽດ, ຮູບແກະສະຫຼັກມີຊີວິດຊີວາ. ໃນໄລຍະຕົ້ນ, ເຄື່ອງປັ້ນດິນເຜົາຮວາໜິງຖືກຜະລິດເປັນເຄື່ອງໃຊ້ໃນຊີວິດປະຈຳວັນ, ໃນນັ້ນສ່ວນຫຼາຍແມ່ນເຮັດເປັນຖ້ວຍ.

ຢູ່ບ້ານວານຢາວ,​ ນັກທ່ອງທ່ຽວສາມາດຮັບຮູ້ເຖິງວັດທະນາທຳເຕົາເຜົາທີ່ເກົ່າແກ່, ສີມືການຜະລິດເຄື່ອງປັ້ນດິນເຜົາ ແລະ ຂັ້ນຕອນສັບຊ້ອນໃນການຜະລິດ, ຄຸນລັກສະນະການນຳໃຊ້ເຄື່ອງປັ້ນດິນເຜົາທີ່ຫຼາກຫຼາຍ, ຕົວຢ່າງຂອງເຄື່ອງປັ້ນດິນເຜົາປະສົມກັບການປະດິດສ້າງໃໝ່ທີ່ມີສ່ວນປະກອບດ້ານວັດທະນະທຳ, ການຜະລິດເຄື່ອງຫັດຖະກຳກໍຄືໝໍ້ປັ້ນດິນເຜົາ, ເຂົ້າຊົມຫໍພິພິທະພັນສະແດງສິລະປະເຄື່ອງປັ້ນດິນເຜົາຮວາໜິງທາງອອນລາຍແລະອື່ນໆ.

ບ້ານວານຢາວຜະລິດເຄື່ອງປັ້ນດິນເຜົາຊະນິດຕ່າງໆ ເຊັ່ນ: ເຄື່ອງປັ້ນດິນເຜົາທີ່ໃຊ້ໃນຊີວິດປະຈຳວັນ, ເຄື່ອງປັ້ນດິນເຜົາສິລະປະ, ເຄື່ອງປັ້ນດິນເຜົາຮູບຊົງອາຄານ ແລະ ອື່ນໆ, ຊຸມປີມໍ່ໆມານີ້, ຂະແໜງການເຄື່ອງປັ້ນດິນເຜົາມີການຂະຫຍາຍຕົວໃນດ້ານຂະໜາດ ແລະ ຊື່ສຽງ, ປີ 2016, ຊາວບ້ານທົ່ວບ້ານສ້າງລາຍໄດ້ສຸດທິສ່ວນບຸກຄົນສະເລ່ຍຕໍ່ໜຶ່ງຄົນປະມານ 15 ພັນຢວນ, ມາຮອດປີ 2020 ເພີ່ມຂຶ້ນເຖິງ 26 ພັນຢວນ.ບ້ານວານຢາວມີນະໂຍບາຍພິເສດຕໍ່ບຸກຄະລາກອນທີ່ມາຈາກທາງນອກທີ່ເຂົ້າມາອາໄສຢູ່ທີ່ນີີ້, ພາຍໃຕ້ການດຶງດູດຂອງນະໂຍບາຍ, ຊາວໜຸ່ມຫຼາຍຄົນເຂົ້າມາຮຽນສີມືການຜະລິດເຄື່ອງປັ້ນດິນເຜົາ ແລະ ສ້າງຕັ້ງຫ້ອງເຮັດວຽກ, ຍັງມີຄົນເຂົ້າມາອາໄສຢູ່ທີ່ນີ້. ຍ້ອນສາເຫດນີ້, ບ້ານວານຢາວ ສາມາດຜະລິດເຄື່ອງປັ້ນດິນເຜົາທີ່ມີຄວາມສວຍງາມດັ້ງເດີມດ້ານຫັດຖະກຳ ທັງມີຮູບແບບທັນສະໄໝ, ເຊັ່ນ: ແມວປັ້ນດິນເຜົາ, ເຄື່ອງປັ້ນດິນເຜົາຊຸດນ້ຳຊາ, ຜະລິດຕະພັນເຫຼົ່ານີ້ໄດ້ຮັບຄວາມມັກຮັກຈາກຜູ້ບໍລິໂພກຫຼາຍ.

ປີ 2020, ບ້ານວານຢາວ ໄດ້ສະໜີເຂົ້າບັນຈຸໃນເຂດທ່ອງທ່ຽວລະດັບ 3A ແລະ ບ້ານທ່ອງທ່ຽວທີ່ມີຊື່ີສຽງໂດ່ງດັງຂອງແຂວງຢຸນນານ ຈຳນວນນັກທ່ອງທ່ຽວທີ່ໄດ້ຍິນຊື່ສຽງກໍເຂົ້າມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ, ຊີວິດການເປັນຢູ່ຂອງຊາວບ້ານກໍນັບມື້ນັບດີຂຶ້ນ.

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫຼິວຈືຢີ ຫຼີ້ຈຶ