ນ້ຳຂອງທະເລສາບຝູຊ່ຽນສະອາດສວຍງາມ, ຊາວບ້ານກໍມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ

2021-05-31 16:00:45 |ມາຈາກ:

ວັນທີ 21 ເດືອນພຶດສະພາ, ນັກຂ່າວສື່ມວນຊົນຂອງຈີນ ແລະ ຕ່າງປະເທດເດີນທາງມາຮອດບ້ານໝ້າຝັງ ແລະ ຊຸມຊົນກວາງຫຼອງ. ໄດ້ເຫັນຊາວບ້ານທີ່ຢູ່ນີ້ມີການດຳລົງຊີວິດທີ່ດີຂຶ້ນກວ່າເກົ່າຍ້ອນທະເລສາບຝູຊ່ຽນ.

ບ້ານໝ້າຝັງ ເມືອງເສີງຈ່ຽງຂອງນະຄອນຢີ້ຊີ, ຫ່າງຈາກທະເລສາບຝູຊ່ຽນປະມານ 300 ແມັດ, ມີ 619 ຄອບຄົວ 1768 ຄົນ, ເຮືອນໃນບ້ານເປັນລະບຽບ ແລະ ສວຍງາມ, ຢູ່ແຄມທະເລສາບມີພຸ່ມດອກໄມ້ທີ່ມີສີສັນແຕກຕ່າງກັນ. ບ້ານໝ້າຝັງແມ່ນບ້ານຄວາມສຸກ ແລະ ບ້ານຕົວແບບໃນການປະຕິບັດຍຸດທະສາດສ້າງບ້ານໃຫ້ຮຸ່ງເຮືອງຂອງເມືອງເສີງຈ່ຽງ.

ໃນເມື່ອກ່ອນ, ຊາວບ້ານໝ້າຝັງດຳລົງຊີວິດໂດຍອາໃສການປູກຜັກເປັນຫຼັກ, ໂຄງປະກອບການຜະລິດແບບຂະແໜງດຽວ, ວິທີການເພີ່ມລາຍຮັບມີໜ້ອຍ, ບັນຫາຕ່າງໆໄດ້ທຳລາຍນິເວດທຳມະຊາດຢ່າງຮຸນແຮງ ເຊັ່ນ: ການກໍ່ສ້າງທີ່ບໍ່ໄດ້ຮັບອະນຸຍາດຈາກລັດຖະບານ, ມົນລະພິດຈາກກະສິກຳ, ນ້ຳຝົນ ແລະ ນ້ຳເປື້ອນໄຫຼປະສົມກັນ, ກໍ່ເຮັດໃຫ້ເກີດການຈຳກັດການພັດທະນາເສດຖະກິດສັງຄົມ.

ປີ 2014 ບ້ານໝ້າຝັງ ສຳເລັດການຍ້າຍບ້ານຢູ່ແຄມຝັງທະເລສາບທັງໝົດ 273 ​ຄອບຄົວ 856 ຄົນ. ຢູ່ເຂດທີ່ມ້າງເຮືອນໄດ້ສ້າງໃຫ້ເປັນເຂດດິນທາມນິເວດ, ແລວປົກປັກຮັກສານິເວດ, ນອກນັ້ນ, ຍັງມີການປັບປຸງຍົກລະດັບພື້ນຖານໂຄ່ງລ່າງຢ່າງຮອບດ້ານ, ກໍ່ສ້າງສິ່ງແວດລ້ອມດ້ານວັດທະນາທຳ ແລະ ການທ່ອງທ່ຽວ, ຊຸກຍູ້ການປັບໂຄງສ້າງຂະແໜງການກະສິກຳ, ແລະ ຂະໜາດຂອງການປູກຝັງເຊັ່ນ ບົວ ຮາກບົວ ຕົ້ນກ້າ ຕົ້ນໄມ້ ດອກໄມ້ ບລູເບີຣີ ແລະ ອື່ນໆ. ຫຼັງຈາກການຍົກຍ້າຍ, ບ້ານໝ້າຝັງດຳເນີນການຈັດຕັ້ງຝຶກອົບຮົມດ້ານເຕັກນິກແບບບໍ່ເສຍຄ່າໃຊ້ຈ່າຍຫຼາຍເທື່ອເຊັ່ນ ການປຸງແຕ່ງອາຫານ, ການຂັບລົດຈົກ, ການຂັບລົດນຳທ່ຽວ ແລະ ອື່ນໆ.

ແຕ່ປີ 2014 ເປັນຕົ້ນມາ, ຊຸມຊົນກວາງຫຼອງ ເມືອງເສີນຈ່ຽງ ແຂວງຢຸນນານໄດ້ສຳເລັດການຍົກຍ້າຍທັງໝົດ 2623 ຄອບຄົວ 6771 ຄົນ.ປະຊາຊົນໃນຊຸມຊົນໄດ້ຍ້າຍມາຢູ່ທີ່ຕາແສງທ່ອງທ່ຽວກວາງຫຼອງ, ຕາແສງນ້ອຍນີ້ຈັດຕັ້ງເຂດຈັດສັນ, ເຂດການຄ້າ ແລະ ສວນສາທາລະນະດິນທາມຢ່າງສົມເຫດສົມຜົນ. ບັນດາຊາວບ້ານກໍ່ໄດ້ຮັບເຮືອນທີ່ມີເນື້ອທີ່ 90 ຕາແມັດ, ຍັງໄດ້ຮັບຮ້ານຂາຍເຄື່ອງທີ່ມີເນື້ອທີ່ຕ່າງກັນ.

ປັດຈຸບັນນີ້, ບັນດາຊາວບ້ານດຳເນີນທຸລະກິດຕ່າງໆ ເຊັ່ນ ບ້ານພັກ, ຮ້ານອາຫານ, ການພັກຜ່ອນແບບຊົນນະບົດ. ສວນສາທາລະນະດິນທາມຝູຫາຍວຸນ ມີທິວທັດທຳມະຊາດຄືຮູບແຕ້ມ, ທະເລດອກໄມ້ກາຍເປັນ “ສະຖານທີ່່ທີ່ມີຊື່ສຽງໂດ່ງດັງ” ທີ່ນັກທ່ອງທ່ຽວຢາກມາ. ຕາແສງກວາງຫຼອງໄດ້ເລີ່ມເປັນຮູບເປັນຮ່າງຂຶ້ນມາ, ຕະຫຼາດກາງຄືນ, ຖະໜົນອາຫານ, ກິດຈະກຳງານບຸນຕ່າງໆດຶງດູດນັກທ່ອງທ່ຽວຈາກທຸກແຫ່ງ.

ຄຽງຄູ່ກັບການປັບປຸງດ້ວຍມາດຕະການປົກປັກຮັກສາຈາກທາງລັດຖະບານ, ບັນດາຊາວບ້ານກໍຖືເອົາປັກປັກຮັກສາທະເລສາບນີ້ເປັນເລື່ອງສຳຄັນ. ບັນດາຊາວບ້ານຂອງບ້ານໝ້າຝັງ ແລະ ຊຸມຊົນກວາງຫຼອງ ເວົ້າວ່າ: ພວກເຮົາທຸກຄົນຈະສືບຕໍ່ເຂົ້າຮ່ວມໃນການກໍ່ສ້າງນິເວດສີວິໄລຈາກລຸ້ນສູ່ລຸ້ນ, ທະເລສາບຝູຊ່ຽນເປັນ “ຕາ” ຂອງພວກເຮົາ, ເຊັດມັນໃຫ້ສະອາດ, ກໍແມ່ນເຊັດຊີວິດການເປັນຢູ່ຂອງພວກເຮົາໃຫ້ສົດໃສ.

“ປະຊາຊົນໄດ້ຮັບຮູ້ວ່າ ນ້ຳສະອາດ ແລະ ພູສີຂຽວ ແມ່ນສຳຄັນກວ່າ ພູຄຳພູເງິນ, ໄດ້ຮັບຜົນປະໂຫຍດຈາກການປົກປັກຮັກສາ, ກໍໄດ້ຮູ້ຄວາມສວຍງາມດ້ານນິເວດກັບການພັດທະນາເສດຖະກິດແມ່ນມີຄວາມເຊື່ອມໂຍງເປັນເອກະພາບກັນ, ສະນັ້ນກໍຈະຍິ່ງຕື່ນໂຕໃນການຮັກສາສິ່ງແວດລ້ອມ.” ບັນດານັກຂ່າວຈາກສູນການສື່ສານສາກົນກໍຂຽນຄວາມຮູ້ສຶກຂອງການສຳພາດເຂົ້າໃນການລາຍງານ.

ນັກຂ່າວ ໜັງສືພິມປະຊາຊົນຂອງປະເທດຫວຽດນາມເວົ້າວ່າ “ໃນຂະນະນີ້, ຂ້ອຍໄດ້ເຫັນອະນາຄົດ”, ການຈັດຕັ້ງປະຊາຄົມຊີວິດລະຫວ່າງຄົນກັບທຳມະຊາດ, ເປັນໜ້າທີ່ຂອງບັນດາປະເທດໃນໂລກ, ກໍຄືບັນດາທ່ານທຸກຄົນ. ຢູ່ທີ່ເສີນຈ່ຽງ, ເພີ່ນໄດ້ເຫັນພາບຄວາມຫວັງໃນການປະຕິບັດ ແລະ ອະນາຄົດ.

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫຼິ້ເວີນຈຸ່ງ ຫຼີ້ເຈີ ຫວນຮວນ ຈ່ຽງຢິງລິງ ຫຼິວຈືຢີ ຫວັງຈິ້ງຈົ່ງ