ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເນັ້ນປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​:“ຈັດ​ງານ​ໂອ​ລິມ​ປິກ​ແບບ​ສີ​ຂຽວ”

2021-05-31 17:10:52 |ມາຈາກ: CRI

ວັນ​ທີ 26 ພຶດ​ສະ​ພານີ້, ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ໄຂ​ກອງ​ປະ​ຊຸມ ແລະ​ແນະ​ນຳ 18 ​ມາດ​ຕະ​ການ​ຄວບ​ຄຸມ​ການຫຼຸດ​ຜ່ອນການ​ລະ​ບາຍ​ກາກບອນ​ດີ​ອອກ​ຊິດແລະກຳນົດ 4 ​ມາດ​ຕະ​ການເພື່ອ​ບັນ​ລຸ​ເປົ້າ​ໝາຍ​​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ລະ​ບາຍ​ກາກບອນ​ດີ​ອອກ​ຊິດຕ່ຳ.ນີ້ເປັນການຢັ້ງຢືນວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເນັ້ນປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາ​ຄືຈັດ​ງານ​ໂອ​ລິມ​ປິກ​ແບບ​ສີ​ຂຽວ.

 

ຕາມ​ການ​ແນະ​ນຳ​ໃຫ້​ຮູ້​ວ່າ: ​ທຸກ​ສະ​ຖານ​ທີ່​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ລ້ວນ​ແຕ່​ໄດ້​ໃຊ້​ໄຟ​ຟ້າ​ສີ​ຂຽວ​ທັງ​ໝົດ, ນັບທັງໄຟ​ຟ້າ​ເຍືອງ​ແສງໃນເວລາດຳ​ເນີນ​ວຽກ​ງານ​ແລະ​ການ​ຄົມ​ມະ​ນາ​ຄົມ​​​ແມ່ນ​ນຳໃຊ້​​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ​ແລະ​ພະ​ລັງ​ແຮງ​ລົມ​ຂອງ​ເມືອງ​ຈ່າງ​ເຈ່ຍ​ໂຂວ. ​ມາ​ຮອດ​ປັດຈຸ​ບັນ, ໄດ້​ມີ​ຫໍ​ໂຮງກິ​ລາ 19 ແຫ່ງ​ໄດ້ນຳ​ໃຊ້​ໄຟ​ຟ້າ​ສີ​ຂຽວ​ໃນ​ເວ​ລາ​ກໍ່​ສ້າງ, ເມື່ອ​ຮອດ​ເວ​ລາ​ຈັດ​ງານ​ແຂ່ງ​ຂັນ ຫໍ​ໂຮງ​ກິ​ລາ​ທັງ​ໝົດ​ຂອງ​ງານ​ຈະ​ສາ​ມາດ​ບັນ​ລຸ​ການ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດແລະ ເມື່ອ​ຮອດ​ເວ​ລາ​ສີ້ນ​ສຸດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຫໍ​ໂຮງ​ກິ​ລາ​ຕ່າງໆ​ຈະ​ສິ້ນ​ເປືອງ​ໄຟ​ຟ້າ​ສີ​ຂຽວ​ປະ​ມານ 400 ລ້ານ​ວັດ, ຄາດ​ວ່າ​ຈະ​ສາ​ມາດຫຼຸດ​ການ​ລະ​ບາຍ​ກາກບອນ​ດີ​ອອກ​ຊິດ​ປະ​ມານ 3,2 ແສນໂຕນ.

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງບໍ່​ພຽງ​ແຕ່​ໄດ້​ນຳ​ໃຊ້​ເດີ່ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ປີ 2008 ເທົ່າ​ນັ້ນ, ໃນ​ເວ​ລາ​ສ້າງ​ເດີ່ນ​ກິ​ລາ​ໃໝ່​ທີ່​ໃຊ້​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວນັ້ນ ກໍ​ໄດ້​ອີງ​ຕາມ​ມາດ​ຕະ​ຖານ​ລະ​ດັບ 3 ດາວ​ຂອງ​ສິ່ງກໍ່​ສ້າງ​ສີ​ຂຽວ. ນອກນັ້ນ, ສູນ​ລອຍ​ນ້ຳ​ແຫ່ງ​ຊາດ, ຫໍ​ກິ​ລາ​ແຫ່ງ​ຊາດ, ສູນ​ກິ​ລາ​ວູ​ເຄີ່​ຊົງ ແລະ​ຫໍ​ກິ​ລາ​ນະ​ຄອນຫຼວງ​ເປັນ​ຕົ້ນ ລ້ວນ​ແຕ່​ໄດ້​ບັນ​ລຸ​ການ​ຫັນ​ນ້ຳ​ເປັນ​ນ້ຳ​ກ້ອນ ແລະ​ຫັນ​ພື້ນ​ບົກ​ເປັນ​ນ້ຳ​ກ້ອນ, ເພື່ອ​ຈັດ​​ການ​ແຂ່ງ​ຂັນ​ກິ​ລາ​ເທິງ​ນ້ຳ​ກ້ອນ​ຂອງ​ງານກິລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ໃນ​ຂະ​ນະ​ທີ່​ຊຸກ​ຍູ້​ໂຄງ​ການປາສະຈາກ​ການ​ປ່ອຍ​ກາກບອນ​ດີ​ອອກ​ຊິດນັ້ນ, ຄະ​ນະ​ຈັດ​ງານ​ກິ​ລາ​ໂອລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຍັງໄດ້ສົ່ງ​ເສີມ​ແລະປຸກລະດົມໃຫ້​​ມວນຊົນ​ເຂົ້າ​ຮ່ວມໂຄ​ສະ​ນາ​ເຜີຍ​ແຜ່​ຄວາມ​ຄືບ​ໜ້າ​ແລະ​ຈຸດ​ເດັ່ນ​ຂອງ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອຫຼຸດ​ຜ່ອນການ​ລະ​ບາຍ​ກາກບອນ​ດີ​ອອກ​ຊິດ​ຕ່ຳ.