ໜ້າ​ທີ່ການ​ສົ່ງຍານ​ອະ​ວະ​ກາດ​ຂົ​ນ​ສົ່ງ​ສິນ​ຄ້າ “ທ່ຽນ​ໂຈ່ວ 2” ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ

2021-05-31 17:12:37 |ມາຈາກ: CRI

ຫ້ອງ​ການ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ລາຍ​ງານ​ວ່າ: ເວ​ລາ 21 ໂມງ 17 ນາ​ທີ​ຂອງວັນ​ທີ 29 ພຶດ​ສະ​ພາ​ທີ່​ຜ່ານ​ມາ, ຈະຫຼວດ CZ-7 ທີ່​ມີ​ໜ້າ​ທີ່​ສົ່ງ​ຍານ​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າ “ທ່ຽນ​ໂຈ່ວ 2” ໄດ້​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ໄດ້​ຜົນ​ສຳ​ເລັດ​ເຕັມ​ເມັດ​ເຕັມ​ໜ່ວຍ​ຢູ່​ສູນ​ສົ່ງ​ຍານ​ເວີນ​ຊ່າງ​ປະ​ເທດ​ຈີນ.

ນີ້​ແມ່ນ​ການ​ບິນ​ຄັ້ງ​ທີ 371 ຂອງ​ຈະຫຼວດ​ສົ່ງ​ຍານ​ລະ​ບົບ CZ. ໜ້າ​ທີ່​ຄັ້ງ​ນີ້​ກໍ​ແມ່ນ​ການ​ບິນ​ລັກ​ສະ​ນະ​ປະ​ຍຸກ​ຄັ້ງ​ທຳ​ອິດ​ຂອງ​ລະ​ບົບ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ສະ​ຖາ​ນີ​ອະ​ວະ​ກາດ​ທີ່​ປະ​ກອງ​ດ້ວຍ​ຍານ​ສົ່ງ​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າ “ທ່ຽນ​ໂຈ່ວ” ແລະ ຈະຫຼວດ​ສົ່ງ​ຍານ CZ-7.