PMIຂອງ​ອຸດ​ສາ​ຫະ​ກຳການຜະ​ລິດ​​ຂອງ​ຈີນ​ໃນ​ເດືອນ​ພຶດ​ສະ​ພາ​​ໄດ້​ບັນ​ລຸ​ລະ​ດັບ51%,ເສດ​ຖະ​ກິດ​ຈີນ​ສືບ​ຕໍ່​ຟື້ນ​ຟູ​ຄືນ​ຢ່າງ​ໝັ້ນ​ທ່ຽງ

2021-06-01 18:06:28 |ມາຈາກ: CRI

ວັນ​ທີ 31 ພຶດ​ສະ​ພານີ້,​ ສະ​ຫະ​ພັນການຈໍ​ລະ​ຈອນ​ແລະ​​ການຈັດ​ຊື້​ຂອງ​ຈີນ ​ແລະສູນ​ສຳ​ຫຼວດ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ອົງ​ການສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ປ​ເປີດ​ເຜີຍ​ວ່າ, ດັດ​ສະ​​ນີ​ຜູ້​ຈັດ​ການ​ຝ່າຍ​ຈັດ​ຊື້(ຫຼື PMI)​ຂອງ​​ອຸດ​ສາ​ຫະ​ກຳການ​ຜະ​ລິດ​ຂອງ​ຈີນ​ໃນ​ເດືອນ​ພຶດ​ສະ​ພາ​ປີນີ້​​ໄດ້​ບັນ​ລຸ​ລະ​ດັບ51%,​ ໜ້ອຍກວ່າ​ເດືອນ​ຜ່ານ​ມາພຽງ​ແຕ່ 0.1%,​ແຕ່​ກໍ​ຍັງ​ສາ​ມາດ​ຮັກ​ສາໃຫ້​ຢູ່​ໃນ​ລະ​ດັບ51% ຫຼື​ສູງກວ່ານັ້ນ​ເປັນ​ສາມ​ເດືອນ​ລຽນ​ຕິດ,ນີ້​ໝາຍ​ຄວາມ​ວ່າ ເສດ​ຖະ​ກິດ​ຈີນ​ສາ​ມາດໄດ້​ຮັ​ກ​ສາ​ທ່ວງ​ທ່າ​ການ​ຟື້ນ​ຟູ​ຄືນ​ໃໝ່​ໄດ້​ຢ່າງ​ໝັ້ນ​ທ່ຽງ.

ວັນ​ທີ28ພຶດ​ສະ​ພານີ້,​ອົງ​ການ​ສ່ວຍ​ສາອາ​ກອນ​ແຫ່ງ​ຊາດ​ຈີນ​ຈັດໄດ້​ຖະ​ແຫຼງ​ຂ່າວວ່າ, ໃນ​ເດືອນ​ເມ​ສາ​ຜ່ານ​ມາ, ​ລາຍ​ໄດ້ຈາກ​ການ​ຈຳ​ໜ່າຍ​ຂອງວິ​ສາ​ຫະ​ກິດ​ຈີນສືບ​ຕໍ່​ຮັກ​ສາ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ,ເສດ​ຖະ​ກິດ​​ດ້ານອຸດ​ສາ​ຫະ​ກຳ​ສືບ​ຕໍ່​ຟື້ນຄືນ,ການ​ບໍ​ລິ​ໂພກ​ແລະ​ການ​ລົງ​ທຶນ​ລ້ວນ​ແຕ່​ກ້າວ​ໄປ​ສູ່​ທິດທາງ​ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ,ເສດ​ຖະ​ກິດ​ແຫ່ງ​ຊາດ​ສືບ​ຕໍ່​ຮັກ​ສາ​ທ່ວງ​ທ່າ​ການ​​ຂະ​ຫຍາຍ​ຕົວ​ໃນ​ລັກ​ສະ​ນະ​ຟື້ນ​ຄືນ​ຢ່າງ​ໝັ້ນ​ທ່ຽງ.