ທ່ານ​ຫຼີ​ເຄີ້​ສຽງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດຄູ່​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​​ໂລກສີ​ຂຽວ ​2030 ຄັ້ງ​ທີ2

2021-06-01 18:12:22 |ມາຈາກ: CRI

ວັນ​ທີ 30 ພຶດ​ສະ​ພາ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​​ກ່າວ​ຄຳ​ປາ​ໄສ​ໃນກອງ​ປະ​ຊຸມ​ສຸດຍອດຄູ່​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​​ໂລກສີ​ຂຽວ ​2030 ຄັ້ງ​ທີ2ຜ່ານ​ທາງວິ​ດີ​ໂອ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ເນັ້ນ​ວ່າ: ສີ​ຂຽວ​ເປັນ​ປັດ​ໄຈ​ຕັດ​ສິນ​ຜົນ​ງານ​ດ້​ານ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ແກະ​ແຂນ​ກັນ​ ​ຊຸກ​ຍູ້​ການ​ຟື້ນ​ຟູ​ແບບ​ສີ​ຂຽວເພື່ອ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າໃຫ້​ແກ່ມວນ​ມະ​ນຸດ.

ທ່ານຫຼີ​ເຄີ້​ສຽງ​ໄດ້​ມີ​ຂໍ້​ສະ​ເໜີ 3 ຂໍ້​ຄື: ໜຶ່ງ​ແມ່ນ​ສາ​ມັກ​ຄີ​ປະ​ສານ​ງານ​ກັນ, ຮ່ວມ​ກັນ​ເອົາ​ຊະ​ນະ​​ໃນບັ້ນ​ສະ​ກັດ​ກັ້ນ​ແລະ​ຕໍ່​ຕ້ານ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ໂລກ. ພວກ​ເຮົາ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດ, ປັບ​ປຸງ​ລະ​ບົບ​ບໍ​ລິ​ຫານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ອີກ. ສອງ​ແມ່ນ​ຫັນ​ປ່ຽນ​ແນວ​ຄິດ, ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ແລະ​ກາກບອນ​ຕ່ຳ. ​ໃນ​ເວ​ລາ​ຟື້ນ​ຟູ​ເສດ​ຖະ​ກິດຫຼັງ​ເກີດ​ມີ​ສະ​ພາບ​ພະ​ຍາດ​ໂຄວິດ-19, ບັນ​ດາ​ປະ​ເທດ​ຄວນ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ໃໝ່​ຕ່າງ​ໆ​ເຊັ່ນ:ເລັ່ງ​ຂະ​ບວນການ​ຫັນ​ເປັນ​ດິ​ຈິ​ຕອນໃຫ້​ໄວ​ຂຶ້ນ,​ກະ​ຕຸກ​ຊຸກ​ຍູ້​ພະ​ລັງ​ແຮງ​ໃໝ່​ໃນ​ການ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ແລະ​ອື່ນໆ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ. ສາມ​ແມ່ນ​ຄຳ​ນຶງ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ພິ​ເສດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ. ປະ​ຊາ​ຄົມ​ໂລກ​ຄວນ​ຍຶດ​ໝັ້ນ​ໃນຫຼັກ​ການ “​ຮ່ວມ​ກັນ​ແຕ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງ​ກັນ”, ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ຄວາມ​ສົນ​ໃຈ​ແລະ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ, ຄວນ​ປົກ​ປັກ​ຮັກ​ສາ​ລະ​ບົບ​ລະ​ບຽບ​ການ​ການ​ຄ້າຫຼາຍ​ຝ່າຍ​ທີ່​ຖື​ອົງ​ການ​ການ​ຄ້າ​ໂລກ​ເປັນ​ແກນ​ກາງ.