ສະພາບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ກວາງໂຈວ

2021-06-02 16:20:18 |ມາຈາກ:

ຮອດເວລາ 24 ໂມງຂອງວັນທີ 31​ ເດືອນພຶດສະພາ, ລາຍງານຜູ້ຕິດເຊື້ອພະຍາດໂຄວິດ-19 ຂອງແຂວງກວາງໂຈວລວມມີ 2468 ກໍລະນີ (ມາຈາກຕ່າງປະເທດ 1035 ກໍລະນີ). ປັດຈຸບັນນີ້ໄດ້ເຂົ້າໂຮງໝໍ 75 ກໍລະນີ.

ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ຢ່າງວ່ອງໄວ, ກວາງຕຸ້ງມີການປ້ອງກັນ ແລະ ຄວບຄຸມຕາມຊັ້ນລຳດັບທີ່ຕ່າງກັນ. ມີການຮຽກຮ້ອງຕໍ່ຊຸມຊົນ, ໃນແຕ່ລະມື້ ກຳນົດໃຫ້ໜຶ່ງຄອບຄົວມີພຽງແຕ່ໜຶ່ງຄົນອອກໄປຊື້ເຄື່ອງໃຊ້ປະຈຳວັນໄດ້ . ດຳເນີນການຄຸ້ມຄອງຖະໜົນທີ່ຖືກປິດ, ຂົນສົ່ງເຄື່ອງໃຊ້ປະຈຳວັນໂດຍຄະນະຂອງຊຸມຊົນ. ປັດຈຸບັນນີ້ ສາມາດຮັບປະກັນຕໍ່ການສະໜອງເຄື່ອງອຸປະກອນພື້ນຖານຕ່າງໆໄດ້.

ຜູ້ຊ່ຽວຊານຄິດວ່າ, ເຊື້ອພະຍາດໃນການລະບາດຮອບນີ້ມີການແຜ່ລະບາດຢ່າງໄວວາ, ມີຄວາມສາມາດໃນການແຜ່ລາມແຮງຂຶ້ນ. ປັດຈຸບັນນີ້, ນະຄອນກວາງໂຈວ, ນະຄອນໂຟຊານກຳລັງດຳເນີນການກວດຫາເຊື້ອແບບກວ້າງຂວາງຢ່າງທັນເວລາ.

ວັນທີ 29​, ແຂວງກວາງຕຸ້ງຈັດຕັ້ງລົດກວດພະຍາດໂຄວິດ-19 ສາມຄັນ, ໂດຍຜ່ານວິທີ “ການເກັບຕົວຢ່າງກັບທີ່, ການກວດກັບທີ່” ເພື່ອປະຢັດເວລາໃນການຂົນສົ່ງຕົວຢ່າງ, ຍົກສູງປະສິດທິພາບການກວດ. ລົດກວດຕົວຢ່າງມື້ໜຶ່ງສາມາດກວດໄດ້ 3000 ຫາ 5000 ຕົວຢ່າງ. ຫຼັງຈາກເກັບຕົວຢ່າງເຂົ້າໄປໃນລົດ 2 ຊົ່ວໂມງ ຫາ 2,5 ຊົ່ວໂມງກໍສາມາດອອກຜົນລາຍງານໄດ້ແລ້ວ, ທຽບໃສ່ກັບການສົ່ງຕົວຢ່າງໄປກວດທີ່ໂຮງໝໍສາມາດປະຢັດເວລາໄດ້ 1 ຫາ 2 ຊົ່ວໂມງ.

ມາຈາກ: ສຳນັກຂ່າວຊິນຮວາ

ນັກຂ່າວ: ໝ້າຊຽວເສີງ ຊູຫົງຢີ້ ໂຫວຊີຢິງ