ຜູ້​ເບິ່ງວິ​ດີ​ໂອ​ສັ້ນ​ຂອງ​ຈີນມີ​ເຖິງ873ລ້ານ​ຄົນ

2021-06-03 16:43:21 |ມາຈາກ: CRI

ກອງ​ປະ​ຊຸມ​ການ​ເບິ່ງ​​ແລະ​ຟັງ​ທາງ​ດ້ານ​ອິນ​ເຕີ​ເນັດ​ຂອງ​ຈີນ​ຄັ້ງ​ທີ9ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ເຊີງ​ຕູ່​ຂອງ​ຈີນ​ແຕ່ວັນ​ທີ3-5ມີ​​ຖຸນານີ້.

ວັນ​ທີ2ມີ​ຖຸ​ນານີ້,ຝ່າຍ​ຈັດ​ກອງ​ປະ​ຊຸມ​ໄດ້​ປະ​ກາດ“ບົດ​ລາຍ​ງານກ່ຽວ​ກັບ​ຜົ​ນ​ການ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາກ່ຽວ​ກັບ​ການ​ເບິ່ງ​​ແລະຟັງ​ໃນ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ2021”,ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ເດືອນ​ທັນ​ວາ​ປີ2020,ຈຳ​ນວນ​ຄົນ​ໃຊ້​ອິນ​ເຕີ​ເນັດ​ສຳ​ລັບ​ການເບິ່ງ​​​ແລະຟັງຂອງ​ຈີນ​ໄດ້​​ມີ​ເຖິງ944ລ້ານ​ຄົນ,ເພີ່ມ​ຂຶ້ນ​ຫຼາຍກວ່າ​​ເດືອນ​ມິ​ຖຸ​ນາ​ປີ2020ເຖິງ43,21ລ້ານ​ຄົນ,​ອັດ​ຕາ​ນຳ​ໃຊ້​​ເນັດ​ມີ​ເຖິງ 95,4%. ຜູ້​ເບິ່ງວິ​ດີ​ໂອ​ສັ້ນໃນ​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ມີ​ເຖິງ873ລ້ານ​ຄົນ,ສະ​ເລ່ຍ​ແລ້ວ ເຂົາ​ເຈົ້າ​ເບິ່ງວິ​ດີ​ໂອ​ສັ້ນ​ສອງ​ຊົ່ວ​ໂມງ​ຕໍ່​ມື້.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ,ຍອດ​ມູນ​ຄ່າ​ໃນຂະ​ແໜງ​ການ​ກ່ຽວ​ກັບ​ການ​ເບິ່ງ​ແລະຟັງ​ໃນ​ອິນ​ເຕີ​ເນັດ​ປີ2020ໄດ້ ມີ​ເຖິງ​600,91ຕື້ຢວນ,​ເມື່ອທຽບ​ໃສ່​ປີ2019ແລ້ວ​ໄດ້​ເພີ່ມ​ຂຶ້ນ32,3%.