ຈີນອະ​ນຸ​ຍາດ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ສ້າງ​ຕັ້ງ​ສະ​ຖານ​ທີ່​ບັນ​ເທີງ​ຢູ່​ຈີນໄດ້​ຕາມ​ກົດ​ໝາຍ

2021-06-03 16:47:37 |ມາຈາກ: CRI

ວັນ​ທີ 1 ມິ​ຖຸ​ນານີ້ ກະ​ຊວງວັດ​ທະ​ນະ​ທຳ​ແລະ​​ທ່ອງ​ທ່ຽວ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ,ອີງ​ຕາມ​​ແຈ້ງ​ການ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​​ທ່ອງ​ທ່ຽວ​ກ່ຽວ​ກັບ​ການ​ປັບ​ປຸງ​ວຽກ​ງານ​ການກວດ​ສອບ​ແລະ​ອະ​ນຸ​ຍາດ​ໃຫ້​ເປີດສະ​ຖານ​ທີ່​ບັນ​ເທີງ​ແລະ​​ສະ​ຖານ​ທີ່​ບໍ​ລິ​ການ​ການ​ນຳ​ໃຊ້​ອິນ​ເຕີ​ເນັດ,ໂດຍ​ອະ​ນຸ​ຍາດ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ສ້າງ​ຕັ້ງ​ສະ​ຖານ​ທີ່​ບັນ​ເທີງ​ຢູ່​ໃນປະ​ເທດ​ຈີນ​ຕາມ​ກົດ​ໝາຍ,ແລະຍົກ​ເລີກ​ການ​ຈຳ​ກັດ​ອັດ​ຕາ​ສ່ວນ​ຂອງ​ທຶນ​ຕ່າງ​ປະ​ເທດ.

ນັກ​ລົງ​ທຶນ​​​ຕ່າງ​ປະ​ເທດມີ​ຈຸ​ດ​ປະ​ສົງຢາກ​ປະ​ກອບທຸ​ລະ​ກິດ​ສະ​ຖານ​ທີ່​ບັນ​ເທີງ,ຄວນ​ຍື່ນ​ຄຳຮ້ອງ​ເຖິງ​ພາກ​ສ່ວນ​ຄຸ້ມ​ຄອງ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຂັ້ນ​ແຂວງ,ເຊິ່ງ​ເອ​ກະ​ສານ​ຮ້ອງ​ຂໍ,ເງື່ອນ​ໄຂ ແລະ​ຂັ້ນ​ຕອນ​ການ​ເປີດ​ບໍ​ລິ​ການ ແມ່ນ​ເທົ່າ​ກັນ​ກັບ​ນັກ​ລົງ​ທຶນ​ຈີນ​ແຜ່ນ​ດິນ​ໃຫຍ່. ນັກ​ລົງ​ທຶນ​ຂອງ​ເຂດ​ບໍ​ລິ​ຫານ​​ພິ​ເສດ​ຮົງ​ກົງ​ແລະ​ມາ​ກາວ ກໍ​ຄືນັກ​ລົງ​ທຶນ​ຂອງ​ເຂດ​ໄຕ້​ຫວັນ ​ທີ່​ຢາກ​ລົງ​ທຶນ​ສ້າງ​ຕັ້ງ​ສະຖານ​ທີ່ບັ​ນ​ເທີງ​ຢູ່​​ແຜ່ນ​ດິນ​ໃຫຍ່​ຈີນ​ລ້ວນ​ແຕ່​ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ດັ່ງ​ກ່າວ.