ຈີນ​ສົ່ງ​ດາວ​ທຽມ02ເລກ4 ເຟີ່ງ​ຢູນ ຂຶ້ນ​ສູ່​ວົງ​ໂຄ​ຈອນຢ່າງ​ສຳ​ເລັດ​ຜົນ

2021-06-03 16:49:35 |ມາຈາກ: CRI

ໃນ​ເວ​ລາ0ໂມງ17ນາ​ທີ​ຂອງວັນ​ທີ 3 ມິ​ຖຸ​ນານີ້,​ ຢູ່​​ຖານ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ ​ຈີນໄດ້​ສົ່ງ​ດາວ​ທຽມ02ເລກ4 ເຟີ່ງ​ຢູນ ຂຶ້ນ​ສູ່​ວົງ​ໂຄ​ຈອນຕາມ​ທີ່​ກຳ​ນົດ​ໄວ້​ຢ່າງ​ສຳ​ເລັດ​ຜົນ ດ້ວຍ​ຈະ​ຫຼວດ​ສົ່ງ​ຍານຊາງ​ເຈີ່ງ3​ຂ., ການ​ສົ່ງ​ດາວ​ທຽມ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

ດາວ​ທຽມ02ເລກ4 ເຟີ່ງ​ຢູນແມ່ນ​ດາວ​ທຽມ​ສຳ​ລັບວຽກ​ງານ​ອຸ​ຕຸ​ນິ​ຍົມ​ດວງ​ທຳ​ອິດ​ທີ່​ໂຄ​ຈອນ​ຢູ່​ວົງ​ໂຄ​ຈອນ​ສະ​ຖິດ​ກັບ​ຈັງ​ຫວະ​ໝູນ​ບິ່ນ​ຂອງ​ໜ່ວຍ​ໂລກ​ລຸ້ນ​ໃໝ່​ຂອງ​ຈີນ,ຕົ້ນ​ຕໍ​ແມ່ນ​ນຳ​ໃຊ້​ໃນ​ຂົງ​ເຂດ​ວິ​ເຄາະ​ແລະ​ພະ​ຍາ​ກອນ​ອາ​ກາດ, ການ​ຕິດ​ຕາມ​ສິ່ງ​ແວດ​ລ້ອມ​ແລະ​ໄພ​ພິ​ບັດ ແລະຂົງ​ເຂດ​ອື່ນໆ.

​ການ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ອະ​ວະ​ກາດ​ດ້ວຍ​ຈະ​ຫຼວດ​ຊາງ​ເຈີ່ງ​ຄັ້ງ​ນີ້ ແມ່ນ​ເປັນ​ຄັ້ງ​ທີ372​ແລ້ວ.