ຍ່າງໄປຕາມທາງຂອງຕົນເອງດ້ວຍຈິດໃຈຂອງທ່ານຫວງຊິນຖິງ

2021-06-04 18:37:32 |ມາຈາກ:

ເດືອນກໍລະກົດປີ 2019 , ເສິ້ນຊິວພິງ ກາຍເປັນນັກບັນຍາຍຜູ້ໜຶ່ງຂອງຫໍອະນຸສອນສະຖານກອງບັນຊາການຂອງກອງທັບແດງເຄື່ອນທັບທາງໄກຜ່ານລີ້ຈ່ຽງ. ຫຼັງຈາກນັ້ນ, ຊື່ຂອງທ່ານ ຫວງຊິນຖິງ ກໍຕິດພັນໃນສະໝອງເສິ້ນຊິວພິງ.

ເດືອນເມສາ ປີ 1936 ,ໃຕ້ພູຜາສູງຊັນ, ແມ່ນ້ຳຈິງຊາ ກຳລັງໄຫຼແຮງ, ທ່ານຫວງຊິນຖິງ ທີ່ມີອາຍຸພຽງແຕ່ 22 ປີ, ນຳພາກອງທັບແດງສຳເລັດການ ຂ້າມແມ່ນ້ຳຈິງຊາໝົດກອງທັບໃນຄືນດຽວ, ກາຍເປັນຄົນທຳອິດທີ່ພາກອງທັບແດງຂ້າມແມ່ນ້ຳຈິງຊາ ຍາມເຄື່ອນທັບທາງໄກຜ່ານລີ້ຈ່ຽງ.

ປີ 2019 ,ເສີນຊິວພິງ ກໍ່ມີອາຍຸ 22 ປີຄືກັນ ເມື່ອນາງອ່ານປຶ້ມ ປະຫວັດສາດຮອດຕອນນີ້ກໍ່ຕື່ນເຕັ້ນໃຈຫຼາຍ, ຮູ້ສຶກນັບຖືຶເພິ່ນຫຼາຍ, ຈິດໃຈຂອງ ທ່ານ ຫວງຊິນຖິງ ກໍມີອິດທິພົນຕໍ່ວຽກ ແລະ ຊີວິດຂອງນາງມາໂດຍຕະຫຼອດ.

ເສິນຊິວພິງ ເປັນຄົນນະຄອນລີ້ຈ່ຽງ, ວັນທີ 1 ເດືອນກໍລະກົດປີ 2019 ,ຫໍອະນຸສອນສະຖານກອງບັນຊາການຂອງກອງທັບແດງເຄື່ອນທັບທາງໄກຜ່ານລີ້ຈ່ຽງໄດ້ເປີດຂຶ້ນຢ່າງເປັນທາງການ. ເສິ້ນຊິວພິງ ກໍເຂົ້າມາເຮັດວຽກຢູ່ຫໍອະນຸສອນແຫ່ງນີ້.

“ໃນເວລາທີ່ເລີ່ມຕົ້ນເຮັດວຽກຮູ້ສຶກຍາກຫຼາຍ, ແຕ່ຂ້ອຍບໍ່ຢ້ານ, ມີຄວາມຫຍຸ້ງຍາກກໍ່ເອົາຊະນະຄວາມຫຍຸ້ງຍາກ.” ເສິ້ນຊິວພິງ ຝຶກຊ້ອມບັນຍາຍໄປໄປມາມາຫຼາຍເທື່ອຢູ່ໃນຫໍອະນຸສອນ, ອ່ານຂໍ້ມູນຂ່າວສານຕ່າງໆຮອດເວລາກາງຄືນ, ເຮັດບັນທຶກໃຫ້ເປັນລະບຽບດີ “ເມື່ອບັນຍາຍປະຫວັດສາດພັກກອມມູນິດຈີນຕ້ອງລະອຽດຮອບຄອບ, ບໍ່ໃຫ້ເກີດມີຄວາມຜິດພາດຫຍັງ, ຕ້ອງຮຽນໃຫ້ເລິກ, ຮຽນໃຫ້ເຂົ້າໃຈ.” ຍາມພົບກັບຄວາມຫຍຸ້ງຍາກ, ເສິ້ນຊິວພິງ ກໍຄິດເຖິງ ທ່ານ ຫວງຊິນຖິງ ເຖິງແມ່ນວ່າລາວຍັງໜຸ່ມຢູ່ ແຕ່ເມື່ອພົບກັບຄວາມຫຍຸ້ງຍາກໂດຍກົງ, ກໍມີຄວາມກ້າຫານ ແລະ ຈິດໃຈເດັດດ່ຽວແກ້ໄຂບັນຫາ, ເຮັດໃຫ້ນາງ ມີຄວາມໜັກແໜ້ນ ແລະ ຄວາມໝັ້ນໃຈໃນການເອົາຊະນະຄວາມຫຍຸ້ງຍາກລຳບາກ.

ນັບແຕ່ເປີດຫໍອະນຸສອນເປັນຕົ້ນມາ, ເສິ້ນຊິວພິງ ໄດ້ຮັບແຂກຜູ້ເຂົ້າຊົມຫຼາຍຄົນ. ໃນນັ້ນ, ມີນັກທ່ອງທ່ຽວທົ່ວໄປ, ກໍມີຜູ້ຊ່ຽວຊານ ແລະ ນັກວິຊາການ. ສິ່ງທີ່ ເສິ້ນຊິວພິງ ປະທັບໃຈຢ່າງເລິກເຊິ່ງແມ່ນພໍ່ຕູ້ທີ່ມີອາຍຸ 80 ປີປາຍ, ເປັນຄົນທ້ອງຖິ່ນຂອງລີ້ຈ່ຽງ, ເພິ່ນໃຊ້ໄມ້ຄ້ຳຂຶ້ນຄ້ອຍມາຫໍອະນຸສອນສະຖານ, ເຂົ້າຊົມຫໍເປັນເວລາໜຶ່ງຊົ່ວໂມງເຄິ່ງຢ່າງຕັ້ງໃຈ. “ ຊີວິດການເປັນຢູ່ປັດຈຸບັນນີ້ນັບມື້ນັບດີຂຶ້ນກວ່າເກົ່າ, ພັກກອມມູນິດຈີນດີຫຼາຍ!” ນີ້ແມ່ນຄຳເວົ້າທີ່ພໍ່ຕູ້ເວົ້າຕະຫຼອດ. ເສິນຊິວພິງ ເວົ້າວ່າ “ເພິ່ນທັງເຂົ້າຊົມ, ທັງທົບທວນຄືນສິ່ງທີ່ບັນພະບຸລຸດຂອງເພິ່ນເຄີຍເວົ້າ ສູ່ຟັງ, ສາຍພົວພັນມິດຕະພາບລະຫວ່າງປະຊາຊົນ ກັບ ກອງທັບແດງມີຢູ່ຢ່າງໜຽວແໜ້ນ, ປະຫວັດສາດນີ້ກໍມີຊີວິດຊິວາ”.

ເບິ່ງໃນແງ່ຂອງເສິ້ນຊິວພິງ, ການບັນຍາຍທຸກຄັ້ງ, ກໍຄືກັບວ່າເປັນການສົນທະນາກັບ ທ່ານ ຫວງຊິນຖິງ ທີ່ຂ້າມເລລາ ແລະ ສະຖານທີ່: “ເບິ່ງແມ, ເລື່ອງຂອງທ່ານໃຫ້ກຳລັງໃຈ ແລະ ສ້າງຄວາມປະທັບໃຈໃຫ້ອີກຫຼາຍຄົນ, ທ່ານເປັນແບບຢ່າງຂອງພວກເຮົາໃຫ້ກ້າວຍ່າງໄປຕາມທາງຂອງຕົນເອງ.”

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫຼີ້ຈື