ຊ້າຍຊຸລິງ: ເພີ່ມສີສັນໃຫ້ຢຸນນານຄືຈ່າງກຸ້ຍເໝີຍ

2021-06-07 16:12:28 |ມາຈາກ:

ຊ້າຍຊຸລິງ ມີອາຍຸ 36 ປີ, ເປັນນັກບັນຍາຍຜູ້ໜຶ່ງຂອງຫໍພິພິທະພັນຊົນເຜົ່າແຂວງຢຸນນານ. ນາງມີໜ້າທີ່ຕົ້ນຕໍຄື ບັນຍາຍວັດທະນະທຳ ແລະ ປະຫວັດສາດຂອງຊົນເຜົ່າຢຸນນານໃຫ້ນັກທ່ອງທ່ຽວ, ແລະ ຂະບວນການດ້ານປະຫວັດສາດອັນສະຫງ່າລາສີທີ່ມີຄວາມກ້າວໜ້າ ແລະ ຄວາມສາມັກຄີຂອງຊົນເຜົ່າຢຸນນານ. ໃນເວລາເຮັດວຽກ, ຄູຈ່າງກຸ້ຍເໝີຍໄດ້ໃຫ້ກຳລັງໃຈລາວຢ່າງເລິກເຊິ່ງ.

ຊ້າຍຊຸລິງເວົ້າ: “ຂ້ອຍເຕີບໃຫຍ່ຢູ່ຊົນນະບົດ, ຮູ້ເຖິງຄວາມຍາກຂອງວຽກງານການສິດສອນພື້ນຖານ, ຄູຈ່າງ ໄດ້ເຮັດໃຫ້ຂ້ອຍຄິດເຖິງຄູຂອງຂ້ອຍຍາມຍັງນ້ອຍ, ຍ້ອນວ່າມີຄູໃຫ້ກຳລັງໃຈ, ຂ້ອຍຈຶ່ງມີໂອກາດໄດ້ເຮັດວຽກທີ່ຂ້ອຍມັກດ້ວຍຄວາມໝັ້ນໃຈ.” ຄູຈ່າງ ໄດ້ເຮັດໃຫ້ລາວຮູ້ສຶກເຖິງຄວາມຮັກແພງ, ຕໍ່ກັບນັກຮຽນ ຄູຈ່າງມີຄວາມຮັກ, ບໍ່ເຫັນແກ່ຕົວ ແລະ ມີໜ້າທີ່ຄວາມຮັບຜິດຊອບເປັນສະມາຊິກພັກກອມມູນິດຜູ້ໜຶ່ງ, ເຮັດໃຫ້ນາງມີຄວາມປະທັບໃຈຢ່າງເລິກເຊິ່ງ.

ຄູຈ່າງກຸ້ຍເໝີຍ ເປັນສະມາຊິກພັກກອມມູນິດຜູ້ໜຶ່ງ, ເພິ່ນສ້າງໂຮງຮຽນມັດທະຍົມຕອນປາຍສຳລັບຜູ້ຍິງ (ໂຮງຮຽນຍິງລ້ວນ) ໂດຍບໍ່ຕ້ອງເສຍຄ່າແຫ່ງທຳອິດໃນທົ່ວປະເທດຈີນ--ໂຮງຮຽນມັດທະຍົມຕອນປາຍລະດັບສູງຂອງຜູ້ຍິງ ເມືອງຮວາພິງນະຄອນລີ້ຈ່ຽງ. ນັບຈາກມື້ສ້າງໂຮງຮຽນຈົນຮອດປັດຈຸບັນ, ທ່ານ ຈ່າງກຸ້ຍເໝີຍ ໄດ້ຊ່ວຍເຫຼືອຜູ້ຍິງທີ່ມາຈາກຄອບຄົວທຸກຍາກຫຼາຍກວ່າ 1800 ຄົນໃຫ້ສຳເລັດການສຶກສາໃນລະດັບມັດທະຍົມຕອນປາຍ, ແລະ ເຂົ້າມະຫາວິທະຍາໄລ.

ເລື່ອງຂອງຄູຈ່າງກຸ້ຍເໝີຍ ມີອິດທິພົນ ແລະ ນຳການປ່ຽນແປງມາສູ່ການເຮັດວຽກ ແລະ ການດຳລົງຊີວິດຂອງຊ້າຍຊຸລິງ. ໃນເວລາດຳເນີນວຽກ, ນາງ ຊ້າຍຊຸລິງ ກໍມີໜ້າທີ່ ແລະ ຄວາມຮັບຜິດຊອບທີ່ເພີ່ມຂຶ້ນ, ນາງບັນຍາຍທຸກຄັ້ງຢ່າງຕັ້ງໃຈ, ພົບບັນຫາທີ່ບໍ່ເຂົ້າໃຈກໍຖາມຜູ້ຊ່ຽວຊານ ແລະ ອາຈານຂອງຫໍພິພິທະພັນ, ຫຼືໄປຫາຂໍ້ມູນທີ່ຫໍສະໝຸດ, ໃນຊີວິດປະຈຳວັນ, ນາງເລີ່ມສົນໃຈໂຄງການການກຸສົນ, ເຮັດສິ່ງເລັກໆນ້ອຍທີ່ນາງເຮັດໄດ້ເພື່ອຊ່ວຍເຫຼືຶອຜູ້ອື່ນ, ເພື່ອປະກອບສ່ວນນ້ຳໃຈຂອງຕົນ. ປີ 2021, ຊ້າຍຊຸລິງ ເຂົ້າຮ່ວມກິດຈະກຳອາສາສະໜັກທ່ອງທ່ຽວ, ຮຽນບັນຍາຍກ່ຽວກັບຫໍພິພິທະພັນແຂວງຢຸນນານ, ໃນຕໍ່ໜ້າ ນາງຢາກໃຊ້ເວລາພັກຜ່ອນ, ມາເປັນອາສາສະໝັກບັນຍາຍໃຫ້ນັກຮຽນ ຫຼື ນັກສຶກສາ, ກໍຄືນັກທ່ອງທ່ຽວຂອງຫໍພິພິທະພັນແຂວງຢຸນນານ.

ຊ້າຍຊຸລິງ ເວົ້າວ່າ: “ໂຮງຮຽນມັດທະຍົມຕອນປາຍສຳລັບຜູ້ຍິງລະດັບສູງເມືອງຮວາພິງ ມີເດັກນ້ອຍຈຳນວນບໍ່ໜ້ອຍທີ່ເປັນຊົນເຜົ່າສ່ວນໜ້ອຍ. ຄູ ແລະ ນັກຮຽນມາຈາກຊົນເຜົ່າທີ່ແຕກຕ່າງກັນ ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີ ແລະ ມິດຕະພາບ, ມີຄວາມກ້າວໜ້ານຳກັນ. ຂ້ອຍກໍມີຄວາມຫວັງວ່າ ຕົນເອງຈະມີການພະຍາຍາມຢ່າງຕໍ່ເນື່ອງໃນໜ້າທີ່ການງານຂອງຕົນ, ເພື່ອປະກອບສ່ວນເຂົ້າໃນຄວາມສາມັກຄີຂອງຊົນເຜົ່າຢຸນນານ.

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ສູເຖິງຢານ