​ຊ້າງ​ອາ​ຊີ​ຢູ່ພາຍ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນ​ເລື້ອຍໆ ມີ​ປະ​ມານ 300 ໂຕ

2021-06-07 18:12:20 |ມາຈາກ: CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ຫວາງ​ຫົງ​ຊິ່ນ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ຮ່ວມ​ຂອງ​ໂລກ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ​ກ່າວ​ວ່າ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ວຽກ​ງານ​ອະ​ນຸ​ລັກ​ຊ້າງ​ອາ​ຊີ. ຄຽງ​ຄູ່​ກັບ​ການ​ທີ່ລັດ​ຖະ​ບານ​ຈີນ​ໃຊ້​ມາດ​ຕະ​ການ​ທີ່​ເຂັ້ມ​ແຂງ​ເພື່ອ​ອະ​ນຸ​ລັກ​ຄວາມຫຼາກຫຼາຍ​​ທາງ​ຊີ​ວະ​ນາ​ນາ​ພັນ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ຈຳ​ນວນ​ຊ້າງ​ອາ​ຊີ​ໃນ​ໂລກໄດ້ຫຼຸດ​ໜ້ອຍ​ລົງ​ນັ້ນ, ແຕ່​ຈຳ​ນວນ​ຊ້າງ​ອາ​ຊີ​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ, ຄື​​ຈາກ ​ຈຳ​ນວນ146 ໂຕ​ເມື່ອ​ປີ 1976 ເພີ່ມ​ຂຶ້ນ​ເປັນ​ປະ​ມານ 300 ໂຕ​ໃນ​ປະ​ຈຸ​ບັນ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະ​ສິດ​ທິ​ຜົນ​ຂອງ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ.

ໃນ 13 ປະ​ເທດຢູ່​ອາ​ຊີ​ໃຕ້ ແລະ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ມີ​ຊ້າງ​ອາ​ຊີ​​ອາ​ໄສ​ຢູ່ນັ້ນ, ຈີນ​ ແລະ​ລາວ​ໄດ້​ສ້າງ​ການ​ພົວ​ພັນ​ແລກ​ປ່ຽນ ແລະ​ຮ່ວມ​ມື​ທີ່​ດີ​ເປັນ​ໄລ​ຍະ​ຍາວ​ນານ ແລະ ລະ​ບຽບ​ການ​ອະ​ນຸ​ລັກ​ຊ້າງ​ຂ້າມ​ຊາດ. ພ້ອມ​ກັນ​ນັ້ນ, ຈີນ ຍັງ​ໄດ້​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ດີ​ກັບກອງ​​ທຶນ​ທຳ​ມະ​ຊາດ​ໂລກ, ກອງ​ທຶນ​ສິ່ງ​ແວດ​ລ້ອມ​ໂລກ​ຂອງ​ທະ​ນາ​ຄານ​ໂລກ, ກອງ​ທຶນ​ອະ​ນຸ​ລັກ​ສັດ​ສາ​ກົນ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ແລະ​ອົງ​ການ​ຈັດ​ຕັ້ງ​ອື່ນໆ.