ໂຈວໂປ່ ຍັງຄືເລຂາເກົ່າທີ່ຢູ່ພູຕ້າລ້ຽງ

2021-06-09 16:47:51 |ມາຈາກ:

ໂຈວໂປ່ ມີອາຍຸ 49 ປີ, ເປັນອາຈານຜູ້ໜຶ່ງຂອງໂຮງຮຽນກ້ານປູ້ຢາງຊ້ານໂຈວ (ເປັນໂຮງຮຽນພະນັກງານບໍລິຫານ).

ເດືອນພະຈິກປີ 1990 , ໂຈວໂປ່ມີອາຍຸ 18 ປີ, ມາເຮັດວຽກຢູ່ສວນຕ້າລ້ຽງຊານນຳ ທ່ານ ຢາງຊ້ານໂຈວ. ໂຈວໂປ່ເວົ້າວ່າ: “ໃນຊ່ວງເວລານັ້ນ ພູຕ້າລ້ຽງຊານເປັນພູເປົ່າປ່ຽວ, ມີແຕ່ພູປອກໂລ້ນ ແລະ ສັນພູ, ສະພາບແວດລ້ອມຫຍຸ້ງຍາກ, ເງື່ອນໄຂການພັກເຊົາລຳບາກ, ໃນເວລານັ້ນ, ຂ້ອຍຢາກເມືອບ້ານ.”

ໃນຕອນເລີ່ມຕົ້ນ, ແມ່ນພໍ່ຂອງໂຈວໂປ່ບໍ່ໃຫ້ເມືອ; ພາຍຫຼັງມາ, ແມ່ນໂຈວໂປ່ບໍ່ຢາກເມືອເອງ.

ຈາກປີ 1990 ຫາ ປີ 2010 , ໂຈວໂປ່ ໄດ້ເປັນສັກຂີພິຍານໃຫ້ ທ່ານ ຢາງຊ້ານໂຈວ ທ່ານໄດ້ນຳພາພະນັກງານປ່ຽນພູປອກໂລ້ນໃຫ້ກາຍເປັນປ່າສີຂຽວ, ຈິດໃຈຂອງຢາງຊ້ານໂຈວກໍເຮັດໃຫ້ໂຈວໂປ່ມີຄວາມປະທັບໃຈຫຼາຍ, ເຮັດໃຫ້ລາວມີຄວາມໜັກແໜ້ນຕັດສິນໃຈທີ່ຈະຢູ່ພູຕ້າລ້ຽງ.

“ປີ 1988, ທ່ານ ຢາງຊ້ານໂຈວ ໄດ້ອອກບຳນານຈາກຕຳແໜ່ງ ເລຂາພັກຂອງເຂດປາວຊານ, ສະຫຼະໂອກາດທີ່ຈະໄປດຳລົງຊີວິດຢູ່ນະຄອນຄຸນໝິງ, ທ່ານເລືອກທີ່ຈະໄປເປັນອາສາສະໝັກປູກຕົ້ນໄມ້ໃຫ້ເປັນປ່າທີ່ພູຕ້າລ້ຽງ, ສ້າງສວນພູຕ້າລ້ຽງຂຶ້ນ……” ເລື່ອງກ່ຽວກັບ ທ່ານ ຢາງຊ້ານໂຈວ, ໂຈວໂປ່ໄດ້ເລົ່າຫຼາຍພັນເທື່ອ, ແຕ່ວ່າທຸກເທື່ອທີ່ເລົ່າ, ລາວກໍຫວນຄືນພາບທີ່ເຂົ້າມາສວນພູຕ້າລ້ຽງຄັ້ງທຳອິດໃນຕອນອາຍຸ 18 ປີ.

ວັນທີ 10 ເດືອນຕຸລາ ປີ 2010 ,ທ່ານ ຢາງຊ້ານໂຈວ ເສຍຊິວິດໃນອາຍຸ 84 ປີຍ້ອນພະຍາດຂອງເພິ່ນເອງ. ເພື່ອເປັນການໄວ້ອາໄລຢາງຊ້ານໂຈວ, ສືບທອດຈິດໃຈຂອງຢາງຊ້ານໂຈວ, ນະຄອນປາວຊານ ປ່ຽນຊື່ຂອງສວນພູຕ້າລ້ຽງເປັນສວນຊ້ານໂຈວ, ກໍ່ສ້າງສະຖານທີ່ສິດສອນຈິດໃຈຂອງຢາງຊ້ານໂຈວ, ແລະ ສ້າງຕັ້ງໂຮງຮຽນກ້ານປູ້ຢາງຊ້ານໂຈວຂຶ້ນ.

ປີ 2015 , ໂຈວໂປ່ ໄປເຮັດວຽກທີ່ໂຮງຮຽນກ້ານປູ້ຢາງຊ້ານໂຈວ, ມີໜ້າທີ່ຮັບຜິດຊອບເລົ່າເລື່ອງ ຂອງ ທ່ານ ຢາງຊ້ານໂຈວ ໃຫ້ຜູ້ມາເຂົ້າຊົມຈາກທຸກແຫ່ງຂອງທົ່ວປະເທດ. ໂຈວໂປ່ ເວົ້າວ່າ: “ ຢາງຊ້ານໂຈວມີອິດທິພົນຕໍ່ຂ້ອຍຢ່າງຫຼວງຫຼາຍ, ທ່ານສອນໃຫ້ຂ້ອຍເປັນຄົນຮັກສາເວລາ,ຄຳໝັ້ນສັນຍາ, ແລະຮັກສາກົດລະບຽບ, ສອນໃຫ້ຂ້ອຍເປັນຄົນທີ່ໃຊ້ຊີວິດຢ່າງຂາວສະອາດ, ເຮັດວຽກຢ່າງໜັກແໜ້ນໝັ້ນຄົງ, ໃນນານທີ່ເປັນສະມາຊິກພັກກອມມູນິດຈີນຈະເຮັດຈັ່ງໃດຈຶ່ງຈະບໍ່ລືມຈຸດປະສົງໃນຕອນເລີ່ມຕົ້ນ ແລະ ຮັກສາພາລະກິດທີ່ມີຢູ່ໄວ້ໃນໃຈ, ຈະໃຊ້ຊິວິດການເປັນຢູ່ແນວໃດຈິຶ່ງມີຄວາມໝາຍ.”

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫຼິວຣອງ