ປະ​ຫວັດ​ສາດ​ຮ້ອຍ​ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປຶ້ມ​ແບບ​ຮຽນ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ຮັບ​ຮູ້​ພັກ​ກອມ​ມູ​ນິດ​ຈີນ

2021-06-10 17:34:30 |ມາຈາກ: CRI

ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້​ວ່າ: ພັກ​ກອມ​ມູ​ນິດ​ຈີນ​ໄດ້​ມີ​ປະ​ຫວັດ​ສາດ​ຮ້​ອຍ​ປີ​ແລ້ວ, ປະ​ຫວັດ​ສາດ​ຮ້ອຍ​ປີ​ເປັນ ​ປຶ້ມ​ແບບ​ຮຽນ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ຮັບ​ຮູ້​ພັກ​ກອມ​ມູ​ນິດ​ຈີນ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ມາ​ຕິນ ແຈັກ ນັກ​ວິ​ຊາ​ການ​ອັງ​ກິດ​ໄດ້​ຂຽນ​ບົດ​ຄວາມ​ໂດຍ​ລະ​ບຸ​ວ່າ: ເພື່ອ​ພິ​ຈາ​ລະ​ນາ​ເຖິງ​ຜົນ​ງານ​ໃນ​​ໄລ​ຍະຜ່ານ​ມາ, ຄວາມ​ສາ​ມາດ​ດ້ານ​ການ​ບໍ​ລິ​ຫານ​ແລະ​ຄວາມ​ສາ​ມາ​ດ​ດ້ານ​ການ​ປະ​ຕິ​ຮູບ, ພັກ​ກອມ​ມູ​ນິດ​ຈີນ​ຍັງ​ຈະ​ເປັນ​ຜູ້​ນຳ​ໜ້າ​ພາ​ທາງ​ແລະ​ຜູ້​ອອກ​ແບບ​ປະ​ເທດ​ຈີນ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ປັດ​ຈຸ​ບັນ ໃນ​ໂລກ​ນີ້​ມີ​ຄົນ​ໃຫ້​ຄວາມ​ສົນ​ໃຈ​ແລະ​ຄົ້ນ​ຄວ້າ​ກ່ຽວ​ກັບ​ພັກ​ກອມ​ມູ​ນິດ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ ໂດຍ​ໄດ້​ຖື​​ເອົາການ​ຄົ້ນ​ຄວ້າ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ລູກ​ກະ​ແຈ​​ສຳ​ຄັນໃນ​ການ​ເຂົ້າ​ໃຈ​ແລະ​ຮັບ​ຮູ້​ປະ​ເທດ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ​ຢ່າງ​ຖືກ​ຕ້ອງ.

ບົດ​ຄວາມ​ຂອງ ທ່ານ​ມາ​ຕິນ ແຈັກ ​ໄດ້​ລະ​ບຸ​ວ່າ: ໃນ​ເລື່ອງ​​ທີ່ກ່ຽວ​ກັບ​ການ​ຮັບ​ຮູ້​ພັກ​ກອມ​ມູ​ນິດ​ຈີນ, ປະ​ເທດ​ຕາ​ເວັນ​ຕົກ​ແມ່ນ​​ເຮັດໄດ້​ຂີ້​ຮ້າຍ​ທີ່​ສຸດ. ໃນ​ຄວາມ​ເປັນ​ຈິງ​ແລ້ວ, ການ​ຮັບ​ຮູ້​ພັກ​ກອມ​ມູ​ນິດ​ຈີນ​ມັນ​ບໍ່​ແມ່ນ​ເລື່ອງ​ຍາກ. ຂໍ​ພຽງ​ແຕ່​ບໍ່​ມີ​ແນວ​ຄິດ​ອະ​ຄະ​ຕິ, ແລະ​ມີ​ທ່າ​ທີ​ທີ່​ສະ​ເໝີ​ພາບ​ແລະ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ເທົ່າ​ນັ້ນ, ກໍ​ຈະ​ສາ​ມາດ​ຮັບ​ຮູ້​ພັກ​ກອມ​ມູ​ນິດ​ຈີນ​ທີ່​ແທ້​ຈິງ​ໄດ້​ຢ່າງ​ຖືກ​ຕ້ອງຈາກ​ປະ​ຫວັດ​ສາດ​ແລະ​ສະ​ພາບ​ຄວາມ​ເປັນ​ຈິງ ແລະ​ກໍ​ຈະ​ສາ​ມາດ​ຮັບ​ຮູ້​ປະ​ເທດ​ຈີນ​ທີ່​ແທ້​ຈິງ​ຕື່ມ​ອີກ.