ເຫັດປ່າຄຸນໝິງເຂົ້າຕະຫຼາດສະເລ່ຍມື້ໜຶ່ງເກີນ 50 ໂຕນ

2021-06-11 16:09:07 |ມາຈາກ:

ລະດູຝົນມາຮອດແລ້ວ, ຈຳນວນການເຂົ້າສູ່ທ້ອງຕະຫຼາດຂອງເຫັດປ່າໃນເຂດຕ່າງໆແຂວງຢຸນນານໄດ້ຄ່ອຍໆເພີ່ມຂື້ນ. ປະຈຸບັນ, ເຫັດປ່າແຂວງຢຸນນານຈຳນວນຫຼວງຫຼາຍໄດ້ເຂົ້າສູ່ຕະຫຼາດແລ້ວ, ເຫັດປ່າເຂົ້າຕະຫຼາດສະເລ່ຍຕໍ່ມື້ມີເຖິງ 50-60 ໂຕນ, ແລະລາຄາແມ່ນຂ້ອນຂ້າງຫມັ້ນຄົງ. ໄລຍະການຊື້ຂາຍສູງສຸດແມ່ນເວລາ 4 ຫາ 7 ໂມງຂອງທຸກໆມື້.ໃນປະຈຸບັນ, ມີເຫັດປ່າປະເພດຕ່າງໆຫຼາຍກວ່າ 20 ຊະນິດໃນຕະຫຼາດ ເຊັ່ນ: ເຫັດຈີຊົງ, ເຫັດຫົງຊົງ, ເຫັດຈີໂຢ, ເຫັດເຫີຍນິວການ, ເຫັດນາຍຈ່ຽງແລະອື່ນໆ,ການຊື້ຂາຍໃນຕະຫຼາດເຫັດປ່າກໍ່ນັບມື້ນັບຄຶກຄື້ນ.

ມາຈາກ: ເວບເຊຍຢຸນນານ

ນັກຂ່າວ: ຢາງເຈີງ ເຊີນເຟີຍ ຢາງມີນ