ການປູກດອກໄມ້ສົດຂອງແຂວງຢຸນນານ ໄດ້ກາຍເປັນຂະແໜງການທີ່ສຳຄັນເພື່ອຊຸກຍູ້ການພັດທະນາຊົນນະບົດ

2021-06-15 19:08:35 |ມາຈາກ:

ແຂວງຢຸນນານແມ່ນສະຖານທີ່ຜະລິດດອກໄມ້ຕັດສົດທີ່ໃຫຍ່ທີ່ສຸດຂອງໂລກ, ພື້ນທີ່ການຜະລິດແລະຜົນຜະລິດຂອງດອກໄມ້ຕັດສົດເປັນອັນດັບທຳອິດຂອງໂລກ. ດອກໄມ້ສົດບໍ່ພຽງແຕ່ເປັນນາມບັດທີ່ສວຍງາມຂອງແຂວງຢຸນນານເທົ່ານັ້ນ, ແຕ່ຍັງເປັນຂະແໜງການທີ່ສຳຄັນທີ່ສາມາດສົ່ງເສີມການພັດທະນາຊົນນະບົດ.





ຢູ່ເທິງພູຕ້າກວນຝັ່ງທະເລສາບຢາງຈົງຫາຍຂອງເມືອງຄຸນໝິງ, ສວນສາທາລະນະວິທະຍາສາດ ແລະ ເຕັກໂນໂລຢີນິເວດນານໂກສານຫົວບໍ່ພຽງແຕ່ເຮັດໃຫ້ພູໂລ້ນປ່ຽນເປັນພູຜາປ່າໄມ້, ແຕ່ຍັງເຮັດໃຫ້ຊາວບ້ານອ້ອມຂ້າງເພີ່ມລາຍໄດ້ ແລະ ສ້າງຄວາມຮັ່ງມີ.

ນາງ ວັງລີ້ເວີນ ແມ່ນຊາວບ້ານທີ່ອາໄສຢູ່ອ້ອມຂ້າງ, ລາວເຮັດວຽກຢູ່ສວນສາທາລະນະວິທະຍາສາດ ແລະເຕັກໂນໂລຢີນິເວດນານໂກສານຫົວ. ນາງຮັບຜິດຊອບການເລືອກເກັບດອກໄມ້, ເສຍຫຍ້າ ແລະ ການຄຸ້ມຄອງດອກໄມ້,ນາງສາມາດຫາເງິນໄດ້ຫລາຍກວ່າ 3,000 ຢວນຕໍ່ເດືອນ. ຜົວຂອງນາງ ວັງລີ້ເວີນ ໄດ້ຂັບລົດຈົກຢູ່ສະຖານທີ່ກໍ່ສ້າງ, ໂດຍສະເລ່ຍແລ້ວມີລາຍໄດ້ຫຼາຍກວ່າ 7,000 ຢວນຕໍ່ເດືອນ, ແລະລາຍໄດ້ປະຈຳປີຂອງຄອບຄົວອາດຈະມີເຖິງ 100,000 ຢວນ. ມື້ນີ້ຄອບຄົວຂອງນາງ ວັງລີ້ເວີນ ໄດ້ສ້າງອາຄານ 3 ຊັ້ນແລະຊື້ລົດ, ແລະ ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ໂຈວພູຝັນ ຕິນນີງ