ແຂວງຢຸນນານຈະຊ່ວຍໃຫ້ຊ້າງອາຊີທີ່ເຄື່ອນຍ້າຍໄປທາງເໜືອຄ່ອຍໆ ກັບມາຢູ່ທີ່ອາໄສອັນເໝາະສົມ

2021-06-15 19:11:58 |ມາຈາກ:

ເມື່ອບໍ່ດົນມານີ້, ຊ້າງອາຊີທັງ 15 ໂຕທີ່ຕັ້ງຖິ່ນຖານຢູ່ເມືອງສິບສອງພັນນາ ແຂວງຢຸນນານ ໄດ້ເດີນທາງໄປທາງເໜືອຜ່ານເມືອງພູເອີ,ຢິຊີ ແລະສະຖານທີ່ອື່ນໆໄປເຖິງເມືອງຄຸນໝິງ, ແລະດຽວນີ້ພວກມັນກຳລັງເຄື່ອນຍ້າຍໄປເມືອງຢິເມີນ ນະຄອນຢີຊີອີກຄັ້ງໜຶ່ງ, ເຊີ່ງການກະທຳດັ່ງກ່າວນີ້ໄດ້ດຶງດູດຄວາມສົນໃຈຈາກສື່ມວນຊົນແລະຊາວເນັດຈຳນວນຫລາຍໃນທົ່ວໂລກ.

ປັດຈຸບັນ, ແຂວງຢຸນນານຈະພະຍາຍາມນຳໃຊ້ປະໂຫຍດຈາກເງື່ອນໄຂທີ່ເໝາະສົມເຊັ່ນ: ຝົນຕົກ ແລະ ອຸນຫະພູມທີ່ຫຼຸດລົງ, ເພື່ອຊ່ວຍໃຫ້ຊ້າງອາຊີທີ່ເຄື່ອນຍ້າຍໄປທາງທິດເໜືອຄ່ອຍໆກັບມາຫາບ່ອນຢູ່ອາໄສທີ່ເໝາະສົມ,ໂດຍຜ່ານການວິທີຫຼາຍເຊັ່ນ ການໃຫ້ອາຫານທີ່ເໝາະສົມ ແລະ ເປັນວິທະຍາສາດ, ປະສົມປະສານກັບການປ່ອຍທາງ ແລະ ການຂັ້ນຖະໜົນ.

ອຳນາດການປົກຄອງແຂວງຢຸນນານຍຶດໝັ້ນຫຼັກການທີ່ວ່າ "ຄົນບໍ່ເປັນອັນຕະລາຍ ແລະ ຊ້າງບໍ່ຕາຍ", ອຳນາດການປົກຄອງແຂວງຢຸນນານນຳໃຊ້ຫຼາຍວິທີເຊັ່ນ ການແຍກດ່ຽວທາງກາຍະພາບ, ການແຈ້ງເຕືອນການເຄື່ອນໄຫວ ແລະ ການໃຫ້ອາຫານເພື່ອແຊກແຊງກິດຈະກຳຂອງກຸ່ມຊ້າງ, ແລະ ໄດ້ມີການປ້ອງກັນຫຼາຍເທື່ອເພື່ອບໍ່ໃຫ້ກຸ່ມຊ້າງເຂົ້າສູ່ບ້ານ, ເມືອງໃຫຍ່ ແລະ ເຂດຄົນຫຼາຍ.

ແຂວງຢຸນນານໄດ້ລິເລີ່ມວຽກງານການກຳນົດຄວາມເສຍຫາຍ ແລະ ການທົດແທນຄືນຂອງປະກັນໄພໃນການປະກັນຄວາມຮັບຜິດຊອບຕໍ່ສາທາລະນະສຳລັບອຸປະຕິເຫດຈາກສັດປ່າທີ່ສ້າງຄວາມສູນເສຍຕໍ່ທາງດ້ານເສດຖະກິດ ແລະ ຊັບສິນຂອງປະຊາຊົນຕາມເສັ້ນທາງການເຄື່ອນຍ້າຍຊ້າງອາຊີໄປທິດເໜືອ. ເມື່ອສຳເລັດວຽກງານການກຳນົດຄວາມເສຍຫາຍທາງສະຖິຕິ, ຈະມີການຊົດໃຊ້ໃຫ້ແກ່ການສູນເສຍຂອງ ຊາວເມືອງຕາມເສັ້ນທາງ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ໂຈວເຟຍລ້ານ