WHO:ການ​ແຜ່​ລະ​ບາດ​ຂອງເຊື້ອ​ພະ​ຍາດ​ໂຄວິດ-19 ໄວ​ກວ່າ​ການ​ແບ່ງ​ປັນ​ວັກ​ຊິນ

2021-06-15 19:14:33 |ມາຈາກ: CRI

ວັນ​ທີ 14 ມິ​ຖຸ​ນາ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບພະ​ຍາດ​ໂຄວິດ -19, ທ່ານ​ເຕ​ໂດຼ​ສ ອັດ​ຮາ​ນົມ ເກ​ເບຼ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ WHO ກ່າວ​ວ່າ, ຫຼັກ​ຖານໃນ​ປັດ​ຈຸ​ບັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຊື້ອ​ພະ​ຍາດໂຄວິດ-19 ​ກາຍ​ພັນ​ນັ້ນ ໄດ້​ແຜ່​ລະ​ບາດ​ເພິ່ມ​ຂຶ້ນຢູ່​ທົ່ວ​ໂລກ​ ເຮັດ​ໃຫ້​ຄວາມ​ສ່ຽງ​ຕິດ​ເຊື້ອ​ພະ​ຍາດ​ຂອງ​ຄົນ​ສ່ວນ​ຫຼາຍ​ໃນ​ໂລກ​ເພີ່ມ​ຂຶ້ນ, ຄົນ​ເຫຼົ່າ​ນີ້​ບໍ່​ທັນ​ໄດ້​ຮັບ​ການ​ປ້ອງ​ກັນ​ເທື່ອ. ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດໂຄວິດ-19 ໄວ​ກວ່າ​ການ​ແບ່ງ​ປັນ​ວັກ​ຊິນ.

ທ່ານ​ເຕ​ໂດຼ​ສ​ກ່າວ​ເນັ້ນ​ວ່າ, ຄວນ​ສັກ​ວັກ​ຊິນ​ໃຫ້​ແກ່​​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ສູງ​​ໃນ​ເຂດ​ທີ່​ມີ​ຄວາມ​ຕ້ອງ​ການ​ວັກ​ຊິນ​ທີ່​ສຸດ​ກ່ອນ, ປັດ​ຈຸ​ບັນ, ​ໂລກ​ມີ​ວັກ​ຊິນ​ພຽງ​ພໍ​ຈົນສາ​ມາດ​ຫຼຸດການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ ແລະ ສາ​ມາດ​ຊ່ວຍ​ຊີ​ວິດ​​ຄົນ​ໄດ້​ຈຳ​ນວນ​ຫຼວງ​ຫຼາຍ. ນອກ​ນີ້, ປະ​ເທດ​ສ່ວນ​ຫຼາຍ​ຍັງ​ສາ​ມາດ​ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ​​ບໍ່​ໃຫ້ແຜ່​ລະ​ບາດ​ໂດຍ​ຜ່ານ​ມາດ​ຕະ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ, ມາດ​ຕະ​ການ​ເຫຼົ່າ​ນີ້​​ສາ​ມາດ​ຢຸດ​ຢັ້ງ​ເຊື້ອ​ພະ​ຍາດໂຄວິດ-19 ​ກາຍ​ພັນ​ໄດ້ໝົດ. ແຕ່​ຍ້ອນ​ວ່າ​ໄດ້​ເກີດ​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ​ທີ່​ແຜ່​ລະ​ບາດໄດ້​ງ່າຍກວ່າ​ເກົ່າ, ຢູ່​ເຂດ​ທີ່​​ມີອັດ​ຕາ​ການ​ສັກ​ວັກ​ຊິນ​ອ່າວ​ຕ່ຳ​ຈິ່ງ​ຕ້ອງ​​ເພິ່ມ​ການ​ນຳ​ໃຊ້​ມາດ​ຕະ​ການ​​ດ້ານສາ​ທາ​ລະ​ນະ​ສຸກ​​ໃຫ້ເຂັ້ມ​ງວດ​ເກົ່າ​ກວ່າ. ອົງ​ການ WHO ກໍ່​ພວມ​ຮ່ວມ​ມື​ກັບ​ຫຼາຍ​ປະ​ເທດ ເພື່ອ​ປະ​ເມີນ​ຜົນ​ມາດ​ຕະ​ການ​ດ້ານ​ສາ​ທາ​ລະ​ນະ​ສຸ​ກ​ທີ່​ມີ​ຕໍ່​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ.